ລັດເຊຍ​ ສ້າງ​ແຜ​ນ​ການ​ຮັບ​ມື​ກັບ​ເລື່ອງ ອາ​ເມ​ລິ​ກາ​ ສົ່ງທະ​ຫານ​ໄປ​ຍັງ​ ໂປ​​ໂລຍ ຕື່ມ​ອີກ

(VOVWORLD) - ອົງການສື່ມວນຊົນຂອງກະຊວງການຕ່າງປະເທດ ລັດເຊຍໃຫ້ຮູ້ວ່າ “ບໍ່ຄວນເຊື່ອໝັ້ນຕໍ່ບັນດາການຮັບປະກັນວ່າການເພີ່ມທະວີນີ້ຂອງ ອາເມລິກາ ໄດ້ຮັບຖືວ່າບໍ່ປານໃດ."

        ວັນທີ 13 ມິຖຸນາ, ກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູວ່າ ໃນຂໍ້ຕົກລົງຂອງ ວໍຊິງຕັນ ວ່າດ້ວຍການຈັດສົ່ງທະຫານໄປຍັງ ໂປໂລຍ ຕື່ມອີກ, ມົດສະກູ ຮັບຮູ້ໄດ້ສັນຍານຂອງການກະກຽມຜັນຂະຫຍາຍກຳລັງທະຫານຂະໜາດໃຫຍ່ຕໍ່ໄປ, ເພາະສະນັ້ນ ລັດເຊຍ ໄດ້ຄຳນຶງເຖິງສິ່ງນີ້ໃນແຜນການປ້ອງກັນຂອງຕົນ. ອົງການສື່ມວນຊົນຂອງກະຊວງການຕ່າງປະເທດ ລັດເຊຍໃຫ້ຮູ້ວ່າ “ບໍ່ຄວນເຊື່ອໝັ້ນຕໍ່ບັນດາການຮັບປະກັນວ່າການເພີ່ມທະວີນີ້ຂອງ ອາເມລິກາ ໄດ້ຮັບຖືວ່າບໍ່ປານໃດ. ພວກຂ້າພະເຈົ້າໄດ້ຖືວ່ານີ້ແມ່ນສັນຍານກະກຽມໃຫ້ແກ່ການຜັນຂະຫຍາຍທາງການທະຫານຂະໜາດໃຫຍ່ຕໍ່ໄປ. ຄວນໃສ່ໃຈວ່າ ລັດເຊຍ ຕ້ອງຄຳນຶງເຖິງສິ່ງນີ້ໃນແຜນການປ້ອງກັນ ແລະ ບັນດາການເຄື່ອນໄຫວທີ່ເປັນພຶດຕິກຳຕົວຈິງຂອງຕົນ”.

ຕອບກັບ

ຂ່າວ/ບົດ​ອື່ນ