ເອກອັກຄະລັດຖະທູດໂດ໋ຮ່ວາງລອງກ່າວຄຳເຫັນທີ່ກອງປະຊຸມສຳມະນາ
|
(vovworld)- ວັນທີ 27/9, ສະຖານທູດຫວຽດນາມ ປະຈຳອີຢີບ ທັງຮັບຜິດຊອບຫນ້າທີ່ການທູດຢູ່ ລີບັງ ໄດ້ສົມທົບກັບສະຖານກົງສູນກິຕິມະສັກຫວຽດນາມ ຢູ່ ລີບັງ ແລະ ຫ້ອງການການຄ້າ ອຸດສາຫະກຳ ລີບັງ ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບເສດຖະກິດ ດ້ວຍຫົວຂໍ້ວ່າ: “ຕະຫລາດຫວຽດນາມ: ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດດຳເນີນທຸລະກິດ”, ເພື່ອແນະນຳບັນດາກາລະໂອກາດການຮ່ວມມືລະຫວ່າງບັນດາວິສາຫະກິດສອງປະເທດ, ສົ່ງເສີມດ້ານການຄ້າສອງຝ່າຍ ແລະ ສະເຫນີຕົວຄະນະຂົນຂວາຍສ້າງຕັ້ງສະພາບັນດາວິສາຫະກິດ ລີບັງດຳເນີນທຸລະກິດກັບຫວຽດນາມ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ໂດ໋ຮ່ວາງລອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳອີຢີບ ເນັ້ນຫນັກວ່າ: ເພື່ອເພີ່ມທະວີການຮ່ວມມືມິດຕະພາບລະຫວ່າງ ລີບັງ ແລະ ຫວຽດນາມ, ບັນດາວິສາຫະກິດສອງປະເທດຄວນຕັ້ງຫນ້າເຂົ້າຮ່ວມບັນດາງານຕະຫລາດນັດດ້ານການຄ້າ, ງານວາງສະແດງ ແລະ ກອງປະຊຸມສຳມະນາກ່ຽວກັບການລົງທຶນໂດຍສອງຝ່າຍຈັດຕັ້ງ ເພື່ອຊອກຫາກາລະໂອກາດການຮ່ວມມື, ສ້າງຊ່ອງຂໍ້ມູນຂ່າວສານກ່ຽວກັບຕະຫລາດເພື່ອເຊື່ອມຕໍ່ບັນດາວິສາຫະກິດຫວຽດນາມ ແລະ ລີບັງ, ສ້າງການພົວພັນໂດຍກົງນຳກັນເພື່ອຫລຸດຜ່ອນຄວາມສ່ຽງ, ຜ່ານນັ້ນ ສົ່ງເສີມ, ຈັດຕັ້ງບັນດາການເຄື່ອນໄຫວພົວພັນແລກປ່ຽນດ້ານເສດຖະກິດ, ວັດທະນະທຳ.