ລີ​ບີ ຄວນ​ຮັກ​ສາ​ສະ​ຖຽນ​ລະ​ພາບ ແລະ ດຳ​ເນີນ​ການ​ເລືອກ​ຕັ້ງ​ໃນ​ໄວໆ​ນີ້

(VOVWORLD) -ວັນທີ 13 ກຸມພາ, ທ່ານນາງ Stephanie Williams ທູດພິເສດຂອງທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບ ລີບີ ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງຮັກສາສະຖຽນລະພາບ ແລະ ດຳເນີນການເລືອກຕັ້ງແບບເສລີ ແລະ ມີຄວາມສະເໝີພາບໃນເວລາໄວທີ່ສຸດເທົ່າທີ່ຈະໄວໄດ້ຢູ່ ລີບີ.

ລີ​ບີ ຄວນ​ຮັກ​ສາ​ສະ​ຖຽນ​ລະ​ພາບ ແລະ ດຳ​ເນີນ​ການ​ເລືອກ​ຕັ້ງ​ໃນ​ໄວໆ​ນີ້ - ảnh 1ທ່ານນາງ Stephanie Williams ທູດພິເສດຂອງທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບ ລີບີ
(ພາບ: AFP)

ທ່ານນາງ Stephanie Williams ໄດ້ມີການພົບປະກັບທ່ານ Abdulhamid al-Dbeibah ນາຍົກລັດຖະມົນຕີ ລັດຖະບານສາມັກຄີຊາດ ລີບີ ແລະ ທ່ານ Fathi Bashagha ຜູ້ທີ່ສະພາແຫ່ງຊາດໄດ້ແຕ່ງຕັ້ງເປັນຜູ້ນຳລັດຖະບານຊຸດໃໝ່ ແຕ່ຖືກທ່ານນາຍົກລັດຖະມົນຕີຄົນປັດຈຸບັນຄັດຄ້ານ. ໃນການພົບປະກັບທ່ານ Fathi Bashagha, ທ່ານນາງ Stephanie Williams ໄດ້ເນັ້ນໜັກວ່າ ບັນດາຝ່າຍຢູ່ ລີບີຕ້ອງຮ່ວມມືກັນຢ່າງຈະແຈ້ງ ກ່ຽວກັບທຸກດ້ານ ແລະ ເຫັນດີເປັນເອກະພາບກັນ ພ້ອມກັນຮັກສາສະຖຽນລະພາບໃນທົ່ວປະເທດ, ພິເສດແມ່ນນະຄອນຫຼວງ Tripoli. ສ່ວນທ່ານ Fathi Bashagha ຢັ້ງຢືນວ່າ ຍາມໃດກໍ່ມີຄວາມເອົາໃຈໃສ່ຕໍ່ສະຖຽນລະພາບຂອງປະເທດຊາດ ແລະ ຮັບປະກັນການປະຕິບັດຕາມລັດຖະທຳມະນູນກໍ່ຄືກຳນົດເວລາດຳເນີນການເລືອກຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ