ລາຍ​ການ​ສະ​ແດງ​ສິ​ລະ​ປະ “ລຸງ​ໂຮ່​ຈີ​ມິນ ເປັນ​ບ່ອນ​ອີງ​ທີ່​ເຊື່ອ​ໝັ້ນ, ຕາຍ​ໃຈ​ຕໍ່​ທຸກໄຊ​ຊະ​ນະ”

(VOVWORLD) - ລາຍການໂດຍສູນວັດທະນະທຳ ຫວຽດນາມ ປະຈຳ ລາວ ສົມທົບກັບໂຮງລະຄອນສິລະປະກາຍຍະສິນ ແລະ ການສະແດງ ຮ່າໂນ້ຍ ພ້ອມກັບສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງ ວຽງຈັນໄດ້ສົມທົບກັນຈັດຂຶ້ນ.
ລາຍ​ການ​ສະ​ແດງ​ສິ​ລະ​ປະ “ລຸງ​ໂຮ່​ຈີ​ມິນ ເປັນ​ບ່ອນ​ອີງ​ທີ່​ເຊື່ອ​ໝັ້ນ, ຕາຍ​ໃຈ​ຕໍ່​ທຸກໄຊ​ຊະ​ນະ” - ảnh 1ລາຍການສະແດງສິລະປະ (ພາບ: VOV)

 ໂດຍນອນໃນບັນດາການເຄື່ອນໄຫວຂ່ຳນັບຮັບຕ້ອນເພື່ອສະເຫຼີມສະຫຼອງ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890 - 19/5/2025), ຕອນບ່າຍວັນທີ 21 ພຶດສະພາຢູ່ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຢູ່ນະຄອນຫຼວງ ວຽງຈັນ ຂອງລາວ ໄດ້ດຳເນີນລາຍການພົບປະແລກປ່ຽນສະແດງສິລະປະດ້ວຍຫົວຂໍ້ “ລຸງໂຮ່ຈີມິນ ເປັນບ່ອນອີງທີ່ເຊື່ອໝັ້ນ, ຕາຍໃຈຕໍ່ທຸກໄຊຊະນະ”.

ລາຍການໂດຍສູນວັດທະນະທຳ ຫວຽດນາມ ປະຈຳ ລາວ ສົມທົບກັບໂຮງລະຄອນສິລະປະກາຍຍະສິນ ແລະ ການສະແດງ ຮ່າໂນ້ຍ ພ້ອມກັບສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງ ວຽງຈັນໄດ້ສົມທົບກັນຈັດຂຶ້ນ. ບັນດານ້ອງໆນັກຮຽນ ໄດ້ຮັບຊົມ ການສະແດງສິລະປະກາຍຍະສິນ 14 ລາຍການ ໂດຍບັນດານັກສິລະປິນສະແດງ ອັນໄດ້ນຳມາເຊິ່ງການລົງພຶດຕິກຳຕົວຈິງທີ່ເປັນໜ້າຈັບໃຈກ່ຽວກັບວັດທະນະທຳ, ສິລະປະຂອງ ຫວຽດນາມ ໃຫ້ແກ່ພວກນ້ອງໆ.

ຕອບກັບ

ຂ່າວ/ບົດ​ອື່ນ