ລາວ ກະກຽມໃຫ້ການ ສຳຫຼວດພົນລະເມືອງ

ລາວ ກະກຽມໃຫ້ການ ສຳຫຼວດພົນລະເມືອງ - ảnh 1
ກອງ​ປະຊຸມ​ປຶກສາ​ຫາລື​​ເພື່ອກະກຽມ​ໃຫ້​ແກ່ການ
ສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ  4
(ພາບ: kpl.net.la)


(vovworld) –  ວັນ​ທີ 25/06, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ປຶກສາ​ຫາລື​​ເພື່ອກະກຽມ​ໃຫ້​ແກ່ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ  4, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ ​ແລະ ຜູ້ຕາງໜ້າ​ບາງ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ກ່ຽວ​ຂ້ອງ.

        ການ​ສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ  4 ຈະດຳເນີນ​ໄປ​ໃນ​ວັນ​ທີ 01/03 ຮອດ​ວັນ​ທີ 07/03/2015. ໝາກຜົນ​ຂອງ​ການ​ສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ  4 ຄາດ​ວ່າ​ຈະ​ປະກາດ​ໃນ​ຕົ້ນ​ປີ 2016. ຕາມ​ຂໍ້​ສັງ​ເກດ​ຂອງ​ກົມ​ສະ​ຖິຕິ​ລາວ ​ແລ້ວ, ພົນລະ​ເມືອງ​ປະ​ເທດ​ລາວ ຂຶ້ນ​ເຖິງ 7 ລ້ານ​ຄົນ, ​ເພີ່ມ​ຂຶ້ນ​ປະມານ 1 ລ້ານ​ຄົນ​ໃນ​ໄລຍະ 10 ປີ​ທີ່​ຜ່ານ​ມາ.

ຂ່າວ/ບົດ​ອື່ນ