ວົງການນັກການເມືອງ ອາເມລິກາ ແລະ ສາກົນສະແດງຄວາມເສົ້າສະຫຼົດໃຈຕໍ່ເລື່ອງທ່ານ John McCain ເຖິງແກ່ມໍລະນະກຳ

(VOVWORLD) - ເລື່ອງທ່ານສະມາຊິກສະພາສູງ John McCain ເຖິງແກ່ມໍລະນະກຳ, ວັນທີ 26 ສິງຫາ,

ທ່ານປະທານາທິບໍດີ ອາເມລິກາ Donald Trump ພ້ອມກັບວົງການນັກການເມືອງ ອາເມລິກາ ແລະ ປະຊາຄົມສາກົນໄດ້ສົ່ງຄຳຢື້ຢາມຖາມຂ່າວ ແລະ ແບ່ງປັນຄວາມເສົ້າສະຫຼົດໃຈເຖິງຍາດຕິພີ່ນ້ອງ ແລະ ຄອບຄົວນັກການເມືອງນີ້. ໃນສານທີ່ໄດ້ລົງໃນສື່ສັງຄົມອອນລາຍ Twitter, ທ່ານປະທານາທິບໍດີ Donald Trump ໄດ້ສະແດງ “ຄວາມໂສກເສົ້າເສຍດາຍ ແລະ ຄວາມເຄົາລົບນັບຖືຢ່າງເລິກເຊິ່ງທີ່ສຸດ” ເຖິງຄອບຄົວຂອງທ່ານສະມາຊິກສະພາສູງ John McCain.

        ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ຖະແຫຼງວ່າ ປະເທດ ການາດາ ແບ່ງເບົາກັບ ອາເມລິກາ ກ່ຽວກັບຄວາມໂສກເສົ້າເສຍດາຍຕໍ່ເລື່ອງທ່ານ John McCain ເຖິງແກ່ມໍລະນະກຳ. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ຄົນໃໝ່ ໄດ້ຍ້ອງຍໍທ່ານ John McCain ແມ່ນ “ເພື່ອນມິດສຳຄັນ” ຂອງ ອົດສະຕາລີ, ໄດ້ມີການປະກອບສ່ວນຫລາຍຢ່າງໃນການຊຸກຍູ້ສາຍພົວພັນລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ