ວິ​ທະ​ຍູ​ກະ​ຈາຍ​ສຽງ​ຫວຽດ​ນາມ​ຈັດ​ລາຍການໂອ້ລົມສົນທະນາກ່ຽວກັບການປະຕິວັດເດືອນສິງຫາປີ1945

ວິ​ທະ​ຍູ​ກະ​ຈາຍ​ສຽງ​ຫວຽດ​ນາມ​ຈັດ​ລາຍການໂອ້ລົມສົນທະນາກ່ຽວກັບການປະຕິວັດເດືອນສິງຫາປີ1945 - ảnh 1

(vovworld)-ເນື່ອງ​ໃນ​ໂອ​ກາດສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ, ໃນ​ລາຍ​ການ​ສະ​ຖາ​ນະ​ການ​ພິ​ເສດ​ຂອງ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ອອກ​ອາ​ກາດ​ໃນ​ເວ​ລາ 12  ໂມງ ຂອງວັນ​ທີ 19/8, ທ່ານ ຫງວຽນ​ທ້ຽນ​ເຍີນ, ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ລາຍ​ການ​ໂອ້​ລົມ​ສົນ​ທະ​ນາ ດ້ວຍ​ຫົວ​ຂໍ້​ວ່າ: ການ​ປະ​ຕິ​ວັດ​ເດືອນ​ສິງຫາ ແລະ ບົດ​ຮຽນ​ມະ​ຫາ​ສາ​ມັກ​ຄ​ີ​ທົ່ວ​ປວງ​ຊົ​ນ​ທັງ​ຊາດ​ໃນ​ໄລ​ຍະ​ປະ​ຈຸ​ບັນ”. ໃນ​ລາຍ​ການ, ທ່ານ​ຫງວຽນ​ທ້ຽນ​ເຍີນ ໄດ້​ແລກ​ປ່ຽນ​ຫລາຍ​ເນື້ອ​ໃນ​ຄື: ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ໃນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ປີ 1945, ບັນ​ດ​າ​ປັດ​ໄຈ​ເຮັດ​ໃຫ້​ແນວ​ໂຮມ​ຫວຽດ​ມີ​ງ ເຕົ້າ​ໂຮມປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ. ທ່ານ​ຫງວຽ​ນ​ທ້ຽນ​ເຍີນ ຖື​ວ່າ: ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ສຳ​ເລັດ​ຜົນ ຍ້ອນ​ມີ​ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ ໂດຍ​ພັກ​ຊີ້​ນຳ​ນຳ​ພາ ແລະ ກຳ​ນົດ​ທິດ. ທີ​ສອງ ກຳ​ລັງ​ແຮງ​ຂອງ​ມະ​ຫາ​ສາ​ມັກ​ຄີ ໄດ້​ຜ່​ານ​ຜ່າ​ວິ​ວັດ​ການ​ຝື​ກ​ຊ້ອມ​ແຕ່​ປີ 1941 ເມື່ອ​ແນວ​ໂຮມ​ຫວຽດ​ມີງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ແລະ ຮອດ​ປີ 1945 ຈຶ່ງດ​ຳ​ເນີນ​ການ​ປະ​ຕິ​ວັດສຳ​ເລັດ​ຜົນ.

ຂ່າວ/ບົດ​ອື່ນ