ວັນບຸນປະດິດສ້າງເພື່ອຄວາມມຸ່ງຫວັງອະນາຄົດອັນສົດໃສຫວຽດນາມຄັ້ງທີ2

ວັນບຸນປະດິດສ້າງເພື່ອຄວາມມຸ່ງຫວັງອະນາຄົດອັນສົດໃສຫວຽດນາມຄັ້ງທີ2 - ảnh 1
ບັນດາຊາວຫນຸ່ມໄດ້ຮັບລາງວັນ
ພາບ:tuoitre.vn


(vovworld)- ກ່າວ​ຄຳ​ເຫັນ​ທີ່​ວັນ​ບຸນ​ດັ່ງກ່າວຊື່​ງຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 23/11 ຢູ່ ນະຄອນ ​ໂຮ່ຈິ​ມີນ, ທ່ານ ຟານ​ວັນ​ໝາຍ, ປະທານ​ສູນ​ກາງ​ສະຫະ​ສະມາຄົມ​ຊາວ​ຫນຸ່ມ ຫວຽດນາມ, ຕາງ​ຫນາ້​ໃຫ້​ຄະນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ: ວັນ​ບຸນ​ປະດິດ​ສ້າງ​ເພື່ອ​ຄວາມ​ມຸ່ງ​ຫວັງ​ອະນາຄົດ​ອັນ​ສົດ​ໃສຫວຽດນາມ​ຄັ້ງ​ທີ 2 ​ແມ່ນ​ການ​ເຄື່ອນ​ໄຫວ​ມີ​ຄວາມ​ໝາຍ​ສອດຄ່ອງ​ກັບ​ມາດຖານ​ການ​ກະທຳ​ຂອງ​ສະມາຄົມ ​ແລະ ຈຸດໝາຍ​ຂອງ​ລາຍການ​ເຄື່ອນ​ໄຫວ​ເພື່ອ​ຄວາມ​ມຸ່ງ​ຫວັງ​ອະນາຄົດ​ອັນ​ສົດ​ໃສຫວຽດນາມ. ນີ້​ກໍ່ເປັນສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນຍາ​ຂອງ​ຫລາຍ​ຫົວຫນ່ວຍ, ອົງການ​ທີ່​ສຸດ​ຈິດ​ສຸດ​ໃຈ​ກັບ​ອະນາຄົດ​ຂອງ​ລຸ້ນ​ຊາວ​ຫນຸ່ມ​ຫວຽດນາມ, ການ​ພັດທະນາ​ຂອງ​ປະ​ເທດ​ຊາດ, ຍາມ​ໃດ​ກໍ​ຮ່ວມ​ເດີນທາງ​ຫນູນ​ຊ່ວຍ​ບັນດາ​ເພື່ອນ​ຫນຸ່ມ​ໃນ​ທຸກ​ດ້ານ​ເພື່ອ​ສ້າງ​ອະ​ນາ​ຄົດ ​ແລະ ສຳ​ເລັດ​ຫນ້າ​ທີ່​ສຳລັບ​ຄອບຄົວ,​ສັງຄົມ ​ແລະ ປະ​ເທດ​ຊາດ. ​ໃນ​ຂອບ​ເຂດ​ວັນ​ບຸນ​ດັ່ງກ່າວ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ, ພິທີ​ມອບ​ລາງວັນ ​ແລະ ​ເຊີ​ດຊູ​ຜູ້​ຊະນະ​ໃນ​ການ​ເສັງ “ປະດິດ​ສ້າງ​ອະນາຄົດ” ​ແລະ ມອບ​ປື້​ມ “ກໍ່​ຮ່າງ​ສ້າງ​ຕົວ”ກວ່າ 30.000 ຫົວ​ໃຫ້​ແກ່​ຊາວ​ຫນຸ່ມ.

ຂ່າວ/ບົດ​ອື່ນ