ວິສາຫະກິດປະກັນໄພມອບເງິນກວ່າ 100 ຕື້ດົງທົດແທນຄວາມເສຍຫາຍໃຫ້ວິສາຫະກິດຢູ່ບີງເຢືອງ

 ວິສາຫະກິດປະກັນໄພມອບເງິນກວ່າ 100 ຕື້ດົງທົດແທນຄວາມເສຍຫາຍໃຫ້ວິສາຫະກິດຢູ່ບີງເຢືອງ - ảnh 1
ຜູ້ຕາງໜ້າວິສາຫະກິດປະກັນໄພ ບາວຫວຽດມອບເງິນ
ທົດແທນ ຄວາມເສຍຫາຍໃຫ້ວິສາຫະກິດຢູ່ບີງເຢືອງ
(ພາບ :vanhoadoisong)

(vovworld)- ​ເງິນ​ຈຳນວນ​ກວ່າ 100 ຕື້ດົງ ​ແມ່ນ​ຈຳນວນ​ເງິນ​ທີ່​ບັນດາ​ວິ​ສາ​ຫະກິດ​ປະກັນ​ໄພ​ມອບ​ໃຫ້ 113 ວິ​ສາ​ຫະກິດ​ຢູ່​ແຂວງ​ບີ​ງ​ເຢືອງ​ເມື່ອວັນ​ທີ 6/6, ​ໃນ​ນັ້ນ, ມີ 87 ວີ​ສາ​ຫະກິດ​ໄຕ້້ຫວັນ, 3 ວິ​ສາ​ຫະກິດ​ຂອງ​ສິງກະ​ໂປ, 4 ວິ​ສາ​ຫະກິດ​ຂອງຮົງ​ກົງ ​ແລະ 3 ວິ​ສາ​ຫະກິດ​ຂອງສ.​ເກົາຫຼີ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ແຫຼ່ງ​ເງິນ​ຈຳ​ເປັນ​ເພື່ອ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ກັບ​ຄືນ​ສູ່​ການ​ຜະລິດ​ເປັນ​ປົກກະຕິ ພາຍຫຼັງ​ຖືກ​ບຸກຄົນ​ຈຳນວນ​ໜຶ່ງ​ມີ​ການ​ກະທຳ​ຜິດ​ທຳລາຍ​ຊັບ​ສິນ​ຂອງ​ບັນດາ​ອົງການ, ສ່ວນບຸກຄົນ ​ແລະ ວິ​ສາ​ຫະກິດ​ໃນ​ເວລາ​ທີ່​ຜ່ານ​ມາ. ທ່ານ​ Ken Teh ຜູ້ອຳນວຍການ​ບໍລິສັດ Esquel Garment Manufacturing ທີ່​ເຂດ​ອຸດສາ​ຫາ​ກຳ​ຫວຽດນາມ-ສິງກະ​ໂປ ຫາ​ກໍ​ໄດ້​ຮັບ​ເງິນ​ທົດ​ແທນ​ຄວາມ​ເສຍ​ຫາຍ​ໃຫ້​ຮູ້​ວ່າ : 

    “ ພາຍຫຼັງ​ເຫດການ​ເກີດ​ຂຶ້ນ, ບໍລິສັດ​ປະກັນ​ໄພ​ໄດ້​ກະທົບ​ຕອບ​ໂດຍ​ໄວ. ​ເມື່ອ​ພວກ​ຂ້າພະ​ເຈົ້າ​ປະກາດ​ໃຫ້​ຊາບ​ແລ້ວ, ບໍ່​ເຕັມ 2 ວັນ, ​ເຂົາ​ເຈົ້າ​ໄດ້​ມີໜ້າ​ຢູ່​ບໍລິສັດ​ເພື່ອ​ປະ​ເມີນ​ຜົນ​ເສຍ​ຫາຍ. ຍ້ອນ​ປະຕິກິ​ລີ​ຍາ​ໄວ​ເຊັ່ນ​ນັ້ນ, ​ໄດ້​ຊ່ວຍ​ພວກ​ຂ້າພະ​ເຈົ້າຫຼາຍ​ທີ່​ສຸດ​ໃນ​ການ​ສ້ອມ​ແປງ, ຊື້​ພາຫະນະ​ເຄື່ອງ​ຈັກ​ໃໝ່​ເພື່ອ​ຟື້ນ​ຟູ​ການ​ຜະລິດ. ບໍລິສັດ​ພວກ​ຂ້າພະ​ເຈົ້າມີ​ຄວາມ​ໝັ້ນ​ໃຈ​ເມື່ອ​ສືບ​ຕໍ່​ລົງທຶນ ​ແລະ ຜູກ​ພັນ​ຍາວ​ນານ​ຢູ່​ຫວຽດນາມ ” 

ຂ່າວ/ບົດ​ອື່ນ