ສ.ກົາຫຼີແລະນິວຊີແລນ ສີ້ນສຸດການເຈລະຈາ FTA
(ພາບ: Yonhap/TTXVN)
(vovworld)– ວັນທີ 15/11, ສ.ກົາຫຼີ ແລະ ນິວຊີແລນ ໄດ້ສີ້ນສຸດການເຈລະຈາສັນຍາການຄ້າເສລີ FTA ພາຍຫລັງໄດ້ເລີ່ມດຳເນີນວິວັດການເຈລະຈານັບແຕ່ປີ 2009. ຂໍ້ຕົກລົງບັນລຸໄດ້ລະຫວ່າງທ່ານນາງປະທານາທິບໍດີສ.ເກົາຫຼີ Park Geun hye ແລະ ທ່ານນາຍົກລັດຖະມົນຕີນິວຊີແລນ John Key ຢູ່ນອກກອງປະຊຸມຂັ້ນສູງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົນເດັ່ນຂຶ້ນອັນດັບ 1 ໃນໂລກ (G20) ຢູ່ອົດສະຕາລີ. ຕາມຂໍ້ຕົກລົງນີ້, ສອງຝ່າຍເຫັນດີລົບລ້າງອາກອນໃຫ້ແກ່ກ່ວາ 96% ບັນດາຜະລິດຕະພັນແລກປ່ຽນລະຫວ່າງສອງປະເທດໃນຮອບເວລາ 20 ປີ. ຂໍ້ຕົກລົງນີ້ກໍ່ອະນຸຍາດໃຫ້ບັນດາບໍລິສັດ ສ.ເກົາຫຼີ ແກ່ງແຍ້ງ ຢູ່ນິວຊີແລນ ບົນພື້ນຖານສະເໝີພາບກ່ວາກັບບໍລິສັດຂອງປະເທດອື່ນ, ຊ່ວຍຍູ້ແຮງການສົ່ງອອກຂອງສ.ເກົາຫຼີ ໄປນິວຊີແລນ. ປີ 2013 ວົງເງິນການຄ້າສອງສົ້ນລະຫວ່າງສອງປະເທດບັນລຸ 1,8 ຕື້ໂດລາສະຫະລັດ./.