ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
|
(vovworld) - ວັນທີ 16/2, ຢູ່ນະຄອນໂຮ່ຈີມິນ, ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມສະຫລຸບການເຄື່ອນໄຫວຂອງ ສສຊ ນະຄອນ ໂຮ່ຈີມິນ ຊຸດທີ 14 ປີ 2016. ຜັນຂະຫຍາຍໂຄງການປະຕິບັດງານປີ 2017. ແຕ່ຕົ້ນອາຍຸການ ສະພາແຫ່ງຊາດຊຸດທີ 14, ຄະນະ ສສຊ ນະຄອນໂຮ່ຈີມິນ ຊຸດທີ 14 ໄດ້ຈັດຕັ້ງການພົບປະກັບຜູ້ມີສິດເລືອກຕັ້ງ 3 ຄັ້ງ. ຜ່ານນັ້ນ, ຄະນະໄດ້ສັງລວມຫຼາຍຄຳເຫັນຂອງຜູ້ມີສິດເລືອກຕັ້ງທີ່ນອນໃນສິດອຳນາດແກ້ໄຂຂອງ ສະພາແຫ່ງຊາດ, ລັດຖະບານ, ພະນັກງານ, ຂະແໜງສູນກາງ.
ເມື່ອປະກອບຄຳເຫັນກ່ຽວກັບໂຄງການເຄື່ອນໄຫວປີ 2017, ທ່ານປະທານປະເທດ ເຈີ່ນດ້າຍກວາງ, ສສຊ ຂຶ້ນກັບໜ່ວຍ ສສຊ ຊຸດທີ 14, ເຂດເລືອກຕັ້ງທີ 1 - ນະຄອນໂຮ່ຈີມິນ ເນັ້ນໜັກວ່າ: ບັນດາ ສສຊ ສືບຕໍ່ຄົ້ນຄ້ວາ, ປ່ຽນໃໝ່ ແລະ ຍົກສູງຄຸນນະພາບ, ເຂົ້າຮ່ວມການສ້າງບັນດາຮ່າງກົດໝາຍກ່ວາອີກ, ພິເສດແມ່ນບັນດາຮ່າງກົດໝາຍທີ່ກ່ຽວຂ້ອງເຖິງການປັບປຸງກົງຈັກລັດໃຫ້ສົມບູນແບບ, ພັດທະນາເສດຖະກິດ - ສັງຄົມ, ປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ສິດທິມະນຸດ.