(vovworld) – ໜັງສືພິມ “Al Wasat” ຂອງ ລີບີ ໄດ້ໃຫ້ຂ່າວເມື່ອວັນທີ 8/10 ວ່າ: ຜູ້ນຳໜ້າຄະນະໜູນຊ່ວຍຂອງ ສປຊ ຢູ່ ລີບີ, ທ່ານ Bernardino Leon ກ່າວເຕືອນວ່າ: ບັນດາບຸກຄົນຂຶ້ນກັບ “ລັດອິດສະລາມ” (IS) ຂະໜານມານເອງ ພວມເຄື່ອນໄຫວຢູ່ປະເດຂາດສະຖຽນລະພາບ ອາບຟຮີກາ ເໜືອນີ້, ພວມເປັນໄພນາບຂູ່ເຖິງຄວາມໝັ້ນຄົງໃນພາກພື້ນ. ທ່ານ Bernardino Leon ໃຫ້ຮູ້ວ່າ: ບັນດາທະຫານກະບົດ ລີບີ, ເຄີຍເຂົ້າຮ່ວມສົງຄາມຢູ່ ຊີຣີ ແລະ ອີຣັກ, ພວມກັບຄືນສູ່ປະເທດ ອາບຟຣີກາ ເໜືອນີ້ ແລະ ສະພາບສັບສົນໃນປະຈຸບັນອາດຈະແມ່ນສະພາບແວດລ້ອມສະດວກເພື່ອໃຫ້ພວກເຂົາເຄື່ອນໄຫວ. ທ່ານ Bernardino Leon ກໍ່ກະຕຸກຊຸກຍູ້ບັນດາຝ່າຍ ຢູ່ ລີບີ ສົນທະນາກັນ ແທນທີແກ່ຍາວບັນດາການປະທະກັນທີ່ນອງເລືອດ.