(vovworld) - ຕອນເຊົ້າວັນທີ 29/09, ຢູ່ຮ່າໂນ້ຍ, ຫ້ອງວ່າການສະພາແຫ່ງຊາດ ໄດ້ຈັດການໂອ້ລົມສົນທະນາສື່ມວນຊົນກັບການເຄື່ອນໄຫວຂອງສະພາແຫ່ງຊາດ. ນີ້ແມ່ນເວທີປາໄສພົບປະແລກປ່ຽນ, ແລກປ່ຽນບົດຮຽນລະຫວ່າງສະມາຊິກສະພາແຫ່ງຊາດ ກັບນັກຂ່າວບັນດາອົງການສຳນັກຂ່າວສານ; ສ້າງຄວາມໃກ້ຊິດສະໜິດສະໜົມລະຫວ່າງສະມາຊິກສະພາແຫ່ງຊາດກັບສື່ມວນຊົນ. ບັນດາບົດປະກອບຄຳເຫັນທີ່ການໂອ້ລົມສົນທະນາຢືນຢັນວ່າ, ໃນຕະຫຼອດໄລຍະ 71 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາຂອງສະພາແຫ່ງຊາດຫວຽດນາມ, ສື່ມວນຊົນຍາມໃດກໍເປັນເພື່ອນຮ່ວມເດີນທາງ, ສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈຂອງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ. ສື່ມວນຊົນແມ່ນເວທີປາໄສເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ ຊ່ອງແສງທັດສະນະ, ຄຳເຫັນຂອງຕົນກ່ຽວກັບບັນດາບັນຫາທີ່ຫາງສຽງສົນໃຈ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດສົນໃຈ. ສື່ມວນຊົນກໍ່ແມ່ນແຫຼ່ງສະໜອງຂໍ້ມູນຂ່າວຢ່າງອຸດົມສົມບຸນ, ທັນການ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດສາມາດກຳແໜ້ນໄດ້ສະພາບການ, ຄວາມຄິດຄວາມເຫັນ, ຄວາມມຸ້ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ ເພື່ອຮັບໃຊ້ການປະຕິບັດໜ້າທີ່ເປັນຕົວແທນຂອງປະຊາຊົນ.