ສື່ມວນຊົນເຊັກໂກຍ້ອງຍໍນະໂຍບາຍສາສະຫນາຂອງຫວຽດນາມ
(vovworld)- ໃນບົດຂຽນລົງໃນສື່ເອເລັກໂຕນິກ “Parlamentnilisty.cz” ຂອງ ເຊັກໂກ, ນັກຂ່າວ Pavel Herman ໄດ້ຕີລາຄາວ່າ ຫວຽດນາມ ແມ່ນປະເທດມີຫລາຍສາສະຫນາ ດ້ວຍສາສະນິກະຊົນປະມານ 24 ລ້ານຄົນ, ກວມປະມານ 27% ຈຳນວນພົນລະເມືອງ. ຄາດວ່າ ປະຈຸບັນ 95% ພົນລະເມືອງຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວທາງສາສະຫນາ ດ້ວຍປະມານ 8000 ງານບຸນ. ຍ້ອນມີຫລາຍຮູບການເຊື່ອຖືສາສະຫນາ ກໍຄືມີຫລາຍສາສະຫນາ, ສະນັ້ນ ຫວຽດນາມ ໄດ້ຮັບຖືວ່າ ແມ່ນ “ຫໍພິພິທະພັນແຫ່ງສາສະຫນາ” ຂອງໂລກ, ປະກອບສ່ວນເຮັດໃຫ້ພື້ນຖານວັດທະນະທຳຫວຽດນາມ ເປັນຫລາຍຫລາຍແບບ ແລະ ເປັນເອກະລັກສະເພາະ. ລັດຫວຽດນາມ ຍາມໃດກໍຢືນຢັນ ແຜນນະໂຍບາຍ, ນະໂຍບາຍສະເຫມີຕົ້ນສະເຫມີປາຍ ແມ່ນເຄົາລົບ, ຮັບປະກັນຄວາມເສລີໃນການເຊື່ອຖືສາສະຫນາ ແລະ ສິດເສລີໃນການບໍ່ເຊື່ອຖືສາສະຫນາຂອງປະຊາຊົນບັນດາເຜົ່າ.