(vovworld) – ທີ່ວາລະປຶກສາຫາລືຢູ່ຫໍປະຊຸມໃນຕອນເຊົ້າວັນທີ 7/6, ບັນດາ ສສຊ ຕີລາຄາສູງປະສິດທິຜົນຂອງນະໂຍບາຍຫລຸດຜ່ອນຄວາມທຸກຍາກໃນໄລຍະ 2005 – 2012 ດ້ວຍອັດຕາຫລຸດຜ່ອນຄວາມທຸກຍາກໃນແຕ່ລະປີແຕ່ 2,3 – 2,5%. ເຖິງຢ່າງໃດກໍ່ຕາມ, ບັນດາ ສສຊ ກໍ່ຖືວ່າ: ວຽກງານລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ ພວມຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃຫຍ່ຄື: ໄພກັບຄືນສູ່ສະພາບທຸກຍາກສູງ, ຄວາມຜິດດ່ຽງລະຫວ່າງຄວາມຮັ່ງມີ - ທຸກຍາກມີໄພເພີ່ມຂຶ້ນ... ທ່ານນາງ ໂງທິມິງ, ສສຊ ແຂວງ ກວາງນິງ, ຍົກອອກຄຳເຫັນວ່າ:
“ຜູ້ມິສິດເລືອກຕັ້ງປາດຖະໜາໃຫ້ລັດຖະບານຄວນຈຳແນກບັນດາຄອບຄົວທຸກຍາກ ແລະ ຄົນທຸກຍາກ. ນະໂຍບາຍຄວນໜູນຊ່ວຍໃຫ້ຄອບຄົວທຸກຍາກ ແລະ ຄົນທຸກຍາກ ຍ້ອນເຂົາເຈົ້າບໍ່ສາມາດຜ່ານຜ່າຄວາມທຸກຍາກໄດ້. ບັນດາກໍລະນີອື່ນ, ນະໂຍບາຍຂອງລັດຖະບານຄວນໜູນຊ່ວຍໃນເວລາກຳນົດ ແລະ ມີເງື່ອນໄຂລະອຽດເພື່ອໃຫ້ຄົນທຸກຍາກ ແລະ ຄອບຄົວທຸກຍາກຕ້ອງປະຕິບັດ.. ບັນດານະໂຍບາຍຫລຸດຜ່ອນຄວາມທຸກຍາກຄວນສົ່ງເສີມເຈດຈຳນົງຜ່ານຜ່າຄວາມທຸກຍາກຂອງປະຊາຊົນ, ລະດົມການເຂົ້າຮ່ວມຂອງປະຊາຄົມເຂົ້າໃນການຫລຸດຜ່ອນຄວາມທຸກຍາກ.”
ທ່ານ ຫວໍກີມກື້, ສສຊ ແຂວງ ຮ່າຕິ້ງ
ສສຊ ຫຼາຍທ່ານໄດ້ສະເໜີຄວນມີບັນດາກົນໄກເພື່ອແກ້ໄຂບັນຫາຫລຸດຜ່ອນຄວາມທຸກຍາກໃຫ້ບັນດາທ້ອງຖີ່ນ, ພິເສດແມ່ນນະໂຍບາຍສົ່ງເສີມບັນດາວິສາຫະກິດລົງທຶນເຂົ້າກະສິກຳ. ທ່ານ ຫວໍກີມກື້, ສສຊ ແຂວງ ຮ່າຕິ້ງ, ຍົກອອກຄຳເຫັນວ່າ:
“ຂ້າພະເຈົ້າສະເໜີໃຫ້ເປີດກ້ວາງບັນດານະໂຍບາຍໜູນຊ່ວຍໃຫ້ວິສາຫະກິດ ໃນຂົງເຂດກະສິກຳ ເພື່ອໃຫ້ວິສາຫະກິດນຳໃຊ້ເປັນພື້ນຖານໃນຂອດແນວພັນ, ເຕັກໂນໂລຢີໃໝ່, ປຸງແຕ່ງ ແລະ ຈຳໜ່າຍຜະລິດຕະພັນ. ເລື່ອງໜູນຊ່ວຍນີ້ແມ່ນໜູນຊ່ວຍໃຫ້ແກ່ປະຊາຊົນ”