(vovworld) – ວັນທີ 2/4, ຄະນະຊີ້ນຳແຜນຮ່າງສອນວິຊາຊີບໃຫ້ແກ່ຄົນງານຊົນນະບົດໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບບັນດາເນື້ອໃນສະເໜີປັບປຸງກົນໄກ, ນະໂຍບາຍທີ່ກ່ຽວຂ້ອງເຖິງການສອນວິຊາຊີບໃຫ້ແກ້ຄົນງານຊົນນະບົດ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນທ້ຽນເຍີນ ຖືວ່າ: ບ້ວງເງິນສະຫງວນໃຫ້ແກ່ການບຳລຸງສ້າງຕ້ອງໄດ້ຮັບການນຳໃຊ້ຢ່າງມີປະສິດທິຜົນ, ຫຼີກລ້ຽງສະພາບການຟຸມເຟືອຍ, ລົງທຶນຜິດເປົ້າໝາຍ. ຕາມທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ແລ້ວ, ບັນດາທ້ອງຖິ່ນຕ້ອງມີປຶ້ມຄູ່ມືລາຍການສອນຊິຊາຊີບໃຫ້ແກ່ຄົນງານຊົນນະບົດເພື່ອແນະນຳຂັ້ນຕອນເປີດຫ້ອງຮຽນ. ທ່ານຮອງນາຍົກລັດຖະມົນຕີ ຊີ້ນຳໃຫ້ບັນດາທ້ອງຖິ່ນແຕ່ລະປີຕ້ອງກວດກາຄືນບັນດາ ບັນຊີອາຊີບບຳລຸງສ້າງໃຫ້ຄົນງານຊົນນະບົດ, ສຳຫຼວດກວດກາ, ຄວາມຕ້ອງການຮຽນອາຊີບ, ຄວາມຕ້ອງການນຳໃຊ້ຄົນງານເພື່ອມີບາດກ້າວເໝາະສົມ, ພ້ອມທັງເພີ່ມທະວີວຽກງານໃຫ້ຄຳປຶກສາ, ໂຄສະນາເຜີຍແຜ່ເພື່ອໃຫ້ປະຊາຊົນພາຍຫຼັງຮຽນວິຊາຊີບແລ້ວ ໄດ້ເຮັດວຽກງານຖືກກັບອາຊີບທີ່ໄດ້ຮຽນ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ກໍ່ຮຽກຮ້ອງໃຫ້ຄະນະຊີ້ນຳຊຸກຍູ້ບັນດາທ້ອງຖິ່ນ ສະຫຼຸບສະພາບການຜັນຂະຫຍາຍແຜນຮ່າງກ່ອນວັນທີ 15/5 ເພື່ອມີພື້ນຖານສະຫຼຸບລະດັບຊາດໃນເດືອນ 6 ຈະມາເຖິງ.