ສະພາບການຢູ່ອີຢິບສືບຕໍ່ຜັນແປໄປຢ່າງສັບສົນ

                            ສະພາບການຢູ່ອີຢິບສືບຕໍ່ຜັນແປໄປຢ່າງສັບສົນ - ảnh 1
                                           ( ພາບ: hanoimoi)

ຕໍ່ໜ້າ​ການ​ຜັນ​ແປ​ຢ່າງ​ໜັກໜ່ວງ​ຢູ່​ອີ​ຢິບ ​ໃນຊຸມ​ວັນ​ທີ່​ຜ່ານ​ມາ, ລັດຖະບານ​​ໃໝ່​ເຊິ່ງຫາ​ກໍ່​ຮັບ​ການ​ສ້າງ​ຕັ້ງ​ຂອງ​ອີ​ຢິບ ​​ໂດຍ​ທ່ານ ນາຍົກລັດຖະມົນຕີ Isam Sharaf ນຳ​ໜ້າ, ວັນ​ທີ 21 ພະຈິກ, ​ໄດ້​ຍືນ​ໃບ​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່​ງຕໍ່​ສະພາ​ການ​ທະຫານ​ສູງ​ສຸດ ອີ​ຢິບ. ຕາມ​ແຫຼ່ງຂ່າວ​ທ້ອງ​ຖິ່ນ​ແລ້ວ, ສະພາ​ການ​ທະຫານ​ສູງ​ສຸດ​ໄດ້​ຍອມຮັບໃນ​ສະ​ເໜີ​ຂໍ​ລາ​ອອກ​ຈາກ​ຕຳ​ແໜ່​ງຂອງ​ຄະນະ​ລັດຖະບານ ​ແລະ ພວມ​ຊອກ​ຫາ​ຜູ້​​ທົດ​ແທນ​ໃຫ້​ທ່ານ Sharaf. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຂໍ້​ຕົກລົງ​ຂອງ​ຄະນະ​ລັດຖະບານ​ອີ​ຢິບ​ຍັງ​ຄົງ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ອີ​ຢິບ​ໃນ​ຊຸມ​ວັນ​ຜ່ານ​ມາ
ຕອນ​ເຊົ້າ​ວັນ​ທີ 22 ພະຈິກ, ການ​ປະ​ທະ​ກັນ​ລະຫວ່າງ​ຕຳຫຼວດ ​ແລະ ຜູ້​ແຫ່​ຂະ​ບວນປະ​ທ້ວງ​ສືບ​ຕໍ່​​ເກີດ​ຂຶ້ນ ຢູ່​ເຂດ Suez, ນະ​ຄອນ Ismailia, ​ເຮັດ​ໃຫ້​ຢ່າງ​ນ້ອຍ​ສຸດ ມີ 44 ຄົນ​ຖືກ​ບາດ​ເຈັບ. ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​​ແກວ​ງກ້ອນ​ຫີນ​​ໃສ່​ທະຫານ, ຮຽກຮ້ອງ​ສະພາ​ການ​ທະຫານ​ສູງ​ສຸດ​ຢູ່ ອີ​ຢິບ​ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ ​ແລະ ມອບ​ໂອນ​ສິດ​ອຳນາດ​ໃຫ້​ແກ່​ລັດຖະບານ​ພົນລະ​ເຮືອນ​ຢູ່​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ