ສະພາລັດຖະທຳມະນູນ ກຳປູເຈຍ ຮັກສາໝາກຜົນການເລືອກຕັ້ງ

ສະພາລັດຖະທຳມະນູນ ກຳປູເຈຍ ຮັກສາໝາກຜົນການເລືອກຕັ້ງ - ảnh 1
ສະພາ​ລັດຖະທຳ​ມະນູນ​ກຳປູ​ເຈຍ ມີສະມາຊິກ 9 ທ່ານ

(vovworld) –  ຕອນ​ບ່າຍວັນ​ທີ 31/8, ສະພາ​ລັດຖະທຳ​ມະນູນ​ກຳປູ​ເຈຍ ​ໄດ້​ຕັດສິນ​ຮັກສາ​ຂໍ້​ຕົກລົງ​ຂອງ​ກຳມາ​ທິການ​ເລືອກ​ຕັ້ງ​​ແຫ່ງ​ຊາດ ກຳປູ​ເຈຍ ກ່ຽວ​ກັບ​ການ​ແກ້​ໄຂ​ບັນດາ​ຄຳ​ຟ້ອງ​ຮ້ອງ​ທີ່​ກ່ຽວຂ້ອງ​ເຖິງ​ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ ຊຸດ​ທີ 5 ​​ເມື່ອ​ວັນ​ທີ 28/7 ຜ່ານ​ມາ. ຄຳ​ຕັດສິນ​ຂອງ​ສະພາ​ລັດຖະທຳ​ມະນູນ ກຳປູ​ເຈຍ ​ເນັ້ນ​ໜັກ​ວ່າ: ​ເຖິງ​ວ່າ​ມີ​ບັນດາ​ບັນຫາ​ດ້ານ​ເຕັກນິກ​ກໍ່ຕາມ ​ແຕ່​ບັນດາ​ບັນຫາ​ນີ້​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ໝາກຜົນ​​ເບື້ອງ​ຕົ້ນ​​ເຊິ່ງ​ກຳມາ​ທິການ​ເລືອກ​ຕັ້ງ​​ໄດ້ປະກາດ​ເມື່ອ​ວັນ​ທີ 12/8. ສະພາ​ລັດຖະທຳ​ມະນູນ ກໍ່​ອອກ​ຄຳ​ສັ່ງ​ໃຫ້​ກຳມາ​ທິການ​ເລືອກ​ຕັ້ງ​ແຫ່ງ​ຊາດ ມີ​ມາດ​ຕະການ​ແກ້​ໄຂ​ບັນດາ​ພາລະ​ກອນ ທີ່ມີ​ການ​ກະທຳ​ຜິດ​​ໃນ​ບັນຫາ​ດັ່ງກ່າວ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ພັກ​ປະຊາຊົນ ກຳປູ​ເຈຍ (CPP) ອອກ​ຖະ​ແຫຼ​ງການ​ສະ​ໜັບ​ສະໜູນຄຳ​ສັ່ງ​ຂອງ​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ Norodom Sihamoni ດ້ວຍ​ເນື້ອ​ໃນ​ຮຽກຮ້ອ​ງ​ໃຫ້​ບັນດາ​ພັກ​ການ​ເມືອງ ຢູ່ ກຳປູ​ເຈຍ ​ແກ້​ໄຂ​ທຸກໆ​ບັນຫາ​ຂອງ​ປະ​ເທ​​ດ ​ໂດຍ​ອີງ​ໃສ່​ລັດຖະທຳ​ມະນູນ, ດ້ວຍ​ບົດບາດ​ແກ້​ໄຂ​ຂອງ​ບັນດາ​ອົງການກ່ຽວຂ້ອງ​ທີ່​ໄດ້​ຮັບ​ການ​ກຳນົດ​​ໄວ້ໃນ​ລັດຖະທຳ​ມະນູນ ​ແລະ ກົດໝາຍ​ທີ່​ພວມ​ປະກາດ​ໃຊ້​ໃນ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ