ສະພາສູງກຳປູເຈຍຮັບຮອງເອົາຮ່າງ ກົດໝາຍຕ້ານການບໍ່ຮັບຮູ້ໂທດກຳ ໃນສະໄຫມຂະແມແດງ

ສະພາສູງກຳປູເຈຍຮັບຮອງເອົາຮ່າງ ກົດໝາຍຕ້ານການບໍ່ຮັບຮູ້ໂທດກຳ ໃນສະໄຫມຂະແມແດງ - ảnh 1

(ພາບປະກອບ:tintuc.vnn.vn)

(vovworld)- ​​ວັນ​ທີ 14/6, ສະພາ​ສູງ​ກຳປູ​ເຈຍ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກ່ຽວ​ກັບ​ການ​ຮັບຮອງ​ເອົາຮ່າງ​ກົດໝາຍ​ຕ້ານ​ການ​ບໍ່​ຮັບ​ຮູ້​ໂທ​ດກຳ​ໃນ​ສະ​ໄຫມ​ຂະ​ແມ​ແດງ. ວາລະ​ປະຊຸມ​ຂອ​ງສະພາ​ສູງ​ກຳປູ​ເຈຍ ຖືກ​ດຳ​ເນີນ​ໄປ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ Sai Chhum ຮອງ​ປະທານ​ຜູ້​ທີ​ໜຶ່ງ ​ໄດ້​ດຳ​ເນີນ​ການ​ກວດກາ, ປຶກສາ​ຫາລື, ປ່ອນ​ບັດ​ເຫັນ​ດີ​ເຫັນ​ພ້ອມ ຮັບຮອງ​ເອົາ​ເນື້ອ​ໃນ​ທັງ​ໝົດ​ຂອງ​ຮ່າງ​ກົດໝາຍ. ພາຍຫລັງ​ໄດ້ຮັບການ​ຮັບຮອງ​ເອົາ, ກົດ​ໝາຍ​ສະບັບ​ດັ່ງກ່າວ​ຈະ​ຖືກ​ນຳ​ໃຊ້​ຢ່າງ​ກ້ວາງ​ຂວາງ ບໍ່​ຈຳ​ແນ​ກຊົນ​ເຜົ່າ, ສາສະໜາ, ການ​ເຫຼື້ອມ​ໄສ, ທ່າ​ອຽງ​ການ​ເມືອງ…​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ກົດໝາຍ​ສະບັບ​ດັ່ງກ່າວ​ຈະ​ບໍ່​ໄດ້​ນຳ​ໃຊ້​ສຳລັບ​ບັນດາ​ກໍລະນີ​ລະ​ເມີດ​ກ່ອນ​ໄລຍະ​ເວລາ​ທີ່​ກົດໝາຍ​ໄດ້​ຮັບ​ການ​ປະກາດ​ໃຊ້.

ຂ່າວ/ບົດ​ອື່ນ