ສະພາສິດທິມະນຸດສປຊປະຊຸມກ່ຽວກັບວິກິດການຊີຣີແລະບັນຫາຄົນເຂົ້າເມືອງ

ສະພາສິດທິມະນຸດສປຊປະຊຸມກ່ຽວກັບວິກິດການຊີຣີແລະບັນຫາຄົນເຂົ້າເມືອງ - ảnh 1
ສະພາ​ສິດທິ​ມະນຸດ ສະຫະ​ປະຊາ​ຊາດ
(ພາບ: AFP/TTXVN)

(vovworld) – ​ ວັນ​ທີ 29/02, ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ສິດທິ​ມະນຸດ ສະຫະ​ປະຊາ​ຊາດ (ສປຊ) ຖືກໄຂຂຶ້ນທີ່ສຳນັກງານຢູ່ Geneva ປະ​ເທດ ສະ​ວິດ. ບັນດາ​ບັນ​ຫາ​ວິ​ກິດ​ການຢູ່ ຊີຣີ, ຄົນ​ເຂົ້າ​ເມືອງ ​ແລະ ​ວິທີການ​ມີປະຕິກິລິຍາ​ກັບ​ລັດທິຫົວ​ຮຸ​ນ​ແຮງ ​ໄດ້​ກາຍ​ເປັນ​ເນື້ອ​ໃນ ທີ່​​ບັນດາ​ຜູ້​ແທນ​ປຶກສາ​ຫາລືຫລາຍ​ສຸດ​ໃນ​ວັນ​ທຳ​ອິດ​ຂອງ​ກອງ​ປະຊຸມ. ນະ​ທີ່​ນີ້, ທ່ານ Didier Burkhalter ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ສະ​ວິດ ຖື​ວ່າ: ປະຊາ​ຄົມ​ສາກົນ​ຄວນຮີບ​​ເຮັ່ງ​ຊອກ​ຫາ​ມາດ​ຕະການ​ດ້ານ​ການ​ເມືອງ​ໃຫ້​ແກ່​ການ​ປະ​ທະ​ກັນ​ຢູ່ ຊີຣີ. ຕາມ​ທ່ານ​ແລ້ວ, ຂໍ້​ຕົກລົງ​ຢຸດຕິການ​ເປັນປໍ​ລະ​ປັກ​ທີ່​ຫາກ​ໍ່ມີຜົນ​ສັກສິດ​ໃນ​ວັນ​ທີ 27/02 ​ແມ່ນ​ບາດກ້າວທີ່​ໜ້າສົ່ງ​ເສີມ, ​ແຕ່​ຄວນ​ຮັບປະກັນວ່າ ​ບັນດາ​ຝ່າຍ​​ເຂົ້າ​ຮ່ວມ​ການ​ປະ​ທະ​ກັນ​ນີ້ ຕ້ອງ​ເຄົາລົບ​ຂໍ້​ຕົກລົງ. ນອກຈາກ​ນັ້ນ, ທ່ານ Burkhalter ກໍ່ຖື​ວ່າ: ສະຫະ​ປະຊາ​ຊາດ ​ຄວນ​ໃຫ້ການ​ໜູນ​ຊ່ວຍມະນຸດສະທຳ​ກ່ວາ​ອີກ ​ເພື່ອ​ຫລຸດຜ່ອນຄວາມ​ເຈັບ​ປວດ ​ເຊິ່ງຊາວ ຊີຣີ ພວມປະ​ເຊີນ​ໜ້າ.

 


ຂ່າວ/ບົດ​ອື່ນ