ບັນດາສະມາຊິກສະພາແຫ່ງຊາດປຶກສາກ່ຽວກັບຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ ການຄ້າຕ່າງປະເທດ
ພາບ:tienphong.vn
|
(vovworld)- ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ ການຄ້າຕ່າງປະເທດທີ່ວາລະປະຊຸມໃນຕອນເຊົ້າວັນທີ 7/11, ບັນດາສະມາຊິກສະພາແຫ່ງຊາດ ຖືວ່າ: ເລື່ອງປະກາດໃຊ້ກົດໝາຍວ່າດ້ວຍການຄຸ້ມຄອງ ການຄ້າຕ່າງປະເທດຕ້ອງສ້າງໃຫ້ສຳເລັດເພື່ອສອດຄ່ອງກັບບັນດາຂໍ້ສັນຍາສາກົນ ຊື່ງຫວຽດນາມ ເປັນສະມາຊິກ, ຊຸກຍູ້ວິວັດການເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກຢ່າງເລິກເຊິ່ງກວ່າ. ບັນດາສະມາຊິກສະພາແຫ່ງຊາດ ກໍຮັບຮູ້ວ່າ ໃນສະພາບການເຊື່ອມໂຍງເຂົ້າກັບເສດຖະກິດໂລກປະຈຸບັນ, ການເຄື່ອນໄຫວ ການຄ້າຕ່າງປະເທດ ຍັງມີຂໍ້ຄົງຄ້າງຫລາຍຢ່າງ ແລະ ບໍ່ທັນຕອບສະຫນອງຄວາມຮຽກຮ້ອງຕ້ອງການ. ທ່ານນາງ ມາຍທິແອງຕວຽດ, ສະມາຊິກສະພາແຫ່ງຊາດ ແຂວງ ອານຢາງ ປະກອບຄຳເຫັນວ່າ:
“ສຳລັບບັນຫາໂຄຕາ, ຄວນພິຈາລະນາຂໍ້ກຳນົດບັນດາໝວດສິນຄ້າຢູ່ບາງປະເທດທີ່ພວມປະຕິບັດ. ໂຄຕາ ແລະ ບັນດາຫລັກການນຳໃຊ້ຍັງມີລັກສະນະລວມໆ. ສະນັ້ນ ຮ່າງກົດໝາຍດັ່ງກ່າວ ຄວນຊັ່ງຊາການກຳນົດຢ່າງແຫນ້ນແຟ້ນ, ລະອຽດກວ່າ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການໃນພຶດຕິກຳ.”
ຕອນບ່າຍວັນດຽວກັນ, ພາຍຫລັງຮັບຟັງບົດລາຍງານອະພິປາຍ, ຮັບເອົາຄຳເຫັນ, ປັບປຸງຮ່າງມະຕິກ່ຽວກັບແຜນການພັດທະນາເສດຖະກິດສັງຄົມປີ 2017, ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີຮັບຮອງເອົາມະຕິ.
ເພື່ອປະຕິບັດບັນດາຄາດໝາຍພັດທະນາເສດຖະກິດ ສັງຄົມປີ 2017, ມະຕິໄດ້ວາງອອກ 11 ຫນ້າທີ່, ມາດຕະການຕົ້ນຕໍ. ພ້ອມກັບການປະຕິບັດນະໂຍບາຍຫລຸດຜ່ອນຄວາມອຶດຫິວແບບຍືນຍົງຢ່າງມີປະສິດທິຜົນ, ມະຕິ ໄດ້ຮຽກຮ້ອງປະຕິບັດບັນດາຄາດໝາຍໃຫ້ຄຳໝັ້ນສັນຍາການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ, ຍົກສູງກຳລັງຄວາມສາມາດການຄາດຄະເນ, ເຕືອນໄພ ແລະ ເປັນເຈົ້າການໃນການຫລຸດຜ່ອນໄພທຳມະຊາດ. ໃນຂົງເຂດການຕ່າງປະເທດ, ທ່ານ ຮວາງແທງຕູງ, ຮອງເລຂານຸການສະພາແຫ່ງຊາດຊີ້ແຈ້ງວ່າ:
“ສືບຕໍ່ນຳການພົວພັນການຕ່າງປະເທດກັບບັນດາຄູ່ຮ່ວມມືເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ຍູ້ແຮງບັນດາການເຄື່ອນໄຫວການຕ່າງປະເທດຂອງລັດ ແລະ ການທູດປະຊາຊົນ, ປະຕິບັດແຜນນະໂຍບາຍຂອງພັກ ແລະ ລັດກ່ຽວກັບການເຊື່ອມໂຍງເຂົ້າກັບເສດຖະກິດໂລກ, ບັນດາຄຳໝັ້ນສັນຍາສາກົນ ແລະ ບັນດາສັນຍາການຄ້າເສລີທີ່ໄດ້ລົງນາມ, ຂຸດຄົ້ນທ່າໄດ້ປຽບຈາກປະຊາຄົມ ອາຊຽນ ຢ່າງມີປະສິດທິຜົນ”