ສະພາແຫ່ງຊາດປຶກສາຫາລືເລື່ອງແກ້ໄຂການຮ້ອງທຸກ, ຮ້ອງຟ້ອງ ຂອງພົນລະເມືອງກ່ຽວກັບທີ່ດິນ

ສະພາແຫ່ງຊາດປຶກສາຫາລືເລື່ອງແກ້ໄຂການຮ້ອງທຸກ, ຮ້ອງຟ້ອງ ຂອງພົນລະເມືອງກ່ຽວກັບທີ່ດິນ - ảnh 1
(ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4,
ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13)


(vovworld) -     ວັນ​ທີ 7/11, ​ໃນ​ມື​້ເຮັດ​ວຽກ​ທີ 14 ຂອງກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4, ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ໃນ​ການ​ແກ້​ໄຂການ​ຮ້ອງ​ທຸກ, ຮ້ອງຟ້ອງ​ຂອງ​ພົນ​ລະ​ເມືອງຕໍ່​ບັນດາ​ຂໍ້​ຕົກ​ລົງ​ບໍລິຫານ​ກ່ຽວ​ກັບ​ທີ່​ດິນ.

ຕາມ​ຕົວ​ເລກ​ສະຖິຕິ​ແລ້ວ, ​ໃນ​ຈຳນວນ​ໃບ​​ຮ້ອງ​ທຸກ, ຮ້ອງຟ້ອງ​ແຕ່ລະ​ປີ, ບັນດາ​ອົງການ​ບໍລິຫານ​​ລັດ ​ໄດ້​ຮັບ​ໃບຮ້ອງ​ທຸກ, ຮ້ອງຟ້ອງ ​ກ່ຽວ​ກັບ​ການຍາດ​ຊິງທີ່​ດິນ​ປະມານ 70%. ບັນດາ​ຄຳ​ເຫັນ​​ໄດ້​ຖື​ວ່າ ຕ້ອງ​ເປັນ​ເອກະ​ພາບ​​ໃນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ນະ​ໂຍບາຍ​ໜູນ​ຊ່ວຍ, ​ຊົດ​ເຊີຍ​ທີ່​ດິນ​​ໃຫ້​ຜູ້ຖືກ​ຖອນທີ່​ດິນ​ຄືນຄື​; ບຳລຸງ​ສ້າງ​ວິຊາ​ຊີບ, ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ໜູນ​ຊ່ວຍ​ການ​ບໍລິການ, ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່, ​ອອກ​ໜັງສື​ໂອນສິດ​ນຳ​ໃຊ້​ທີ່​ດິນ​ໃຫ້​ແກ່​ປະຊາຊົນ​ໃຫ້​ສຳ​ເລັດ​ໂດຍ​ໄວ. ທ່ານ Tran Van Tan ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ Tien Giang ປະກອບ​ຄຳ​ເຫັນ​ວ່າ.

“ຂ້າພະ​ເຈົ້າ​ສະ​ເໜີ​ວ່າ ລາຄາ​ທີ່​ດິນ​ໂດຍ​ລັດ​ກຳນົດ, ​ເໝາະ​ສົມ​ກັບ​ກົນ​ໄກ​ການ​ຕະຫຼາດ​ມີ​ການ​ຄຸ້ມ​ຄອງ​​ຂອງລັດ. ​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ​​ລັດ​ຕໍ່ກັບທີ່​ດິນ ຈາກ​ການວາງ​ແຜນກຳນົດ ​ເຖິງ​ແຜນການ​ນຳ​ໃຊ້​ທີ່​ດິນ. ຖອນ​ຄືນທີ່​ດິນທີ່​ໄດ້​ມອບ​, ​​ໃຫ້​ເຊົ່າ​ແຕ່​ບໍ່​ຖືກ​ເປົ້າ​ໝາຍ, ນຳ​ໃຊ້​ຢ່າງ​ບໍ່​ມີ​ປະສິດທິ​ຜົນ, ນຳ​ໃຊ້​ຜິດກັບ​ຈຸດໝາຍຢ່າງ​ເດັດຂາດ. ​ແກ້​ໄຂຢ່າງ​ທັນ​ການ, ​ເຂັ້ມ​ງວດ​ສຳລັບບັນດາ​ກໍລະນີ​ລະ​ເມີດ​ກົດໝາຍ​ກ່ຽວ​ກັບ​ທີ່​ດິນ, ສ້ໍ​ລາດ​ບັງ​ຫຼວງ​ກ່ຽວ​ກັບ​ທີ່​ດິນ. ​ເລື່ອງຖອນ​ທີ່​ດິນ​ຄືນ​, ສ້າງ​ວິທີ​ການ​ຊົດ​ເຊີຍ, ໜູນ​ຊ່ວຍ​ການ​ຕັ້ງຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່​ຕ້ອງ​ມີປະຊາທິປະ​ໄຕ, ​ເປີດ​ເຜີຍ ​ແລະ ​ໃກ້ຊິດ​ກັບ​ສະພາບ​ຕົວ​ຈິງ”.

ລາຍ​ງານ​ຕໍ່​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ຄຸ້ມ​ຄອງ​ທີ່​ດິນ ກໍ​ຄື​ເລື່ອງ​ແກ້​ໄຂ​ບັນດາການຮ້ອງ​ທຸກ, ຮ້ອງຟ້ອງ​ຂອງ​ພົນ​ລະ​ເມືອງ​ກ່ຽວ​ກັບ​ທີ່​ດິນ, ທ່ານ​ລັດ​ຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ​ຊິ່ງ​ແວດ​ລ້ອມຫວຽດນາມ Nguyen Minh Quang ​ໄດ້​ຢືນຢັນ​ວ່າ ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ ​ແລະ ບັນດາ​ເອກະສານ​ທີ່​ກ່ຽວຂ້ອງ​ເຖິງ​ກົດໝາຍ​ນີ້.

“ກອງ​ປະຊຸມຄັ້ງ​ໜ້າ, ພວກ​ຂ້າພະ​ເຈົ້າ​ຈະ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​​ຮ່າງ​ກົດໝາຍ​ສະບັບ​ປັບປຸງຂອງ​ກົດໝາຍວ່າ​ດ້ວຍ​ທີ່​ດິນປີ 2003. ກໍ່ສ້າງ​ພື້ນຖານ​ຂໍ້​ມູນ​ຄຸ້ມ​ຄອງ​ທີ່​ດິນ, ຕາມ​ທິດ​ຍາວ​ນານ​ເຮັດ​ແນວ​ໃດ​ເນື້ອ​ທີ່​ດິນ​ຂອງ​ຜູ້ນຳ​ໃຊ້​ຕ້ອງ​ມີໃນ​ລະບົບ​ຄຸ້ມ​ຄອງ​ຂໍ້​ມູນ​ທີ່​ດິນ, ​ເຮັດ​​ໄດ້ຄືແນວ​ນັ້ນ​ຈຶ່ງ​ສາມາດ​ຄຸ້ມ​ຄອງ​ໄດ້. ພວກ​ຂ້າພະ​ເຈົ້າ​ຖື​ວ່າ ຕ້ອງ​ປະຕິບັດ​ຂອດ​ແກ້​ໄຂ​ການ​ຍາ​ດຊິງ, ຮ້ອງທຸກ​ຈາກ​ຂັ້ນ​ລຸ່ມຕາມ​ສິດ​ອຳນາດຂອງ​ຕົນ​​ແລ້ວ ຈຶ່ງ​ແກ້​ໄຂ​ຢູ່​ຂັ້ນ​ສູນ​ກາງ. ສຸດ​ທ້າຍ​ແມ່ນ​ເພີ່ມ​ທະວີ​ວຽກ​ງານ​​ເຜີຍ​ແຜ່ກົດໝາຍ​ທີ່​ດິນ​ສຳລັບ​ຜູ້ນຳ​ໃຊ້​ທີ່​ດິນ”.

ເພື່ອ​ສ້າງ​ກອບ​ກົດໝາຍ​ເພື່ອ​ແກ້​ໄຂ​ການຮ້ອງ​ທຸກ, ຮ້ອງຟ້ອງຂອງ​ພົນລະ​ເມືອງ​ກ່ຽວ​ກັບ​ທີ່​ດິນ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຖື​ວ່າ ສະພາ​ແຫ່ງ​ຊາດ​ຄວນ​ປະກາດ​ມະຕິ​ກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍບາຍ​ກົດໝາຍ​ໃນ​ການ​ແກ້​ໄຂ​ການຮ້ອງ​ທຸກ, ຮ້ອງຟ້ອງ​ກ່ຽວ​ກັບ​ທີ່​ດິນ​ໂດ​ຍ​ໄວ.

ຂ່າວ/ບົດ​ອື່ນ