ສະພາແຫ່ງຊາດ ກຳປູເຈຍ ຊຸດທີ 5 ຈັດກອງປະຊຸມຄັ້ງທຳອິດໂດຍບໍ່ມີການເຂົ້າຮ່ວມຂອງຝ່າຍຄ້ານ

ສະພາແຫ່ງຊາດ ກຳປູເຈຍ ຊຸດທີ 5 ຈັດກອງປະຊຸມຄັ້ງທຳອິດໂດຍບໍ່ມີການເຂົ້າຮ່ວມຂອງຝ່າຍຄ້ານ - ảnh 1
ພະ​ບາດ​ສົມ​ເດັກ​ພະ​ເຈົ້າ ມະຫາ​ຊີວິດ ກຳປູເຈຍ Norodom Sihamoni
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 23/9, ສະພາ​ແຫ່ງຊາດ ກຳ​ປູ​ເຈຍ ຊຸດ​ທີ 5 ​ເຊິ່ງ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 28/7 ຜ່ານ​ມາ ​ໄດ້​ຈັດ​ວາລະ​ປະຊຸມ​ຄັ້ງ​ທຳ​ອິດ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ພະ​ບາດ​ສົມ​ເດັກ​ພະ​ເຈົ້າ ມະຫາ​ຊີວິດ Norodom Sihamoni. ກອງ​ປະຊຸມ​ດັ່ງກ່າວ ​ໄດ້​ດຳ​ເນີນ​ຕາມ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ ກຳປູ​ເຈຍ ນັ້ນ​ແມ່ນ ພາຍຫຼັງ​ການ​ປ່ອນ​ບັດ​ເລືອກ​ຕັ້ງ 60 ວັນ, ສະພາ​ແຫ່ງ​ຊາດຊຸດ​ໃໝ່​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ຫໍ​ປະຊຸມ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ ​ໃນ​ວັນ​ທີ 23/9 ມີ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຄົນ​ໃໝ່ ​ຂອງ​ພັກ​ກຳ​ອຳນາດ ປະຊາຊົນ ກຳປູ​ເຈຍ (CPP) ​68 ທ່ານເຂົ້າ​ຮ່ວມ​ກອງ​ປະຊຸມ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ສະມາຊິກ​ສະພາ​​ແຫ່ງ​ຊາດ ທ່ານ Heng Samrin, ປະທານ​​ສະພາ​ແຫ່ງ​ຊາດ​ຊຸດ​ທີ 5, ປະທານ​ກິ​ຕິ​ມະ​ສັກ​ຂອງ​ພັກ CPP. 55 ທີ່​ນັ່ງ​ທີ່​ຍັງ​ເຫຼືອຖືກ ​ເປົ່າ​ວ່າງ​ຍ້ອນ​ພັກ​​ກູ​ຊາດ ກຳປູ​ເຈຍ (CNRP) ຄັດຄ້ານ​ກອງ​ປະຊຸມ​ຍ້ອນ​ບໍ່​ຕົກລົງ​ກັບ​ໝາກຜົນ​ການ​ເລືອກ​ຕັ້ງ ​ເຊິ່ງຕາມ​ເຂົາ​ເຈົ້າ​ແລ້ວ​ມີ​ການ​ລະ​ເມີດ​​ໃນ​ການ​ເລືອກ​ຕັ້ງ. ​ໂຄງການ​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸມ​ຍັງ​ດຳ​ເນີນ​ໄປ​ເປັນ​ປົກກະຕິດ້ວຍ​ເລື່ອງ​ຮັບຮອງ​ເອົາ​ບັນຊີ​ລາຍ​ຊື່​ບັນດາ​ສະມາຊິກ ສະພາ​ແຫ່ງ​ຊາດ ຄົນ​ໃໝ່ ​ແລະ ກົດ​ລະບຽບ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່.

 ກ່ຽວຂ້ອງເຖິງກຳປູເຈຍ, ຍັງມີຂ່າວວ່າ : ​ເນື່ອງ​ໃນ​ໂອກາດ ສົມ​ເດັດ ຮຸນແຊນ ໄດ້ຮັບການແຕ່ງຕັ້ງຈາກ ພຣະກະຣຸນາພຣະບາດສົມເດັດ ພຣະໂນໂຣດົມສີຫານຸ,   ພຣະມະຫາວິຣະ ກະສັດ ​ເປັນນາຍົກ ລັດຖະມົນຕີ​  ແຫ່ງ​ລາຊະ​ອານາຈັກກຳປູເຈຍ, ວັນ​ທີ 23/9, ທ່ານ​ນາຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີ້​ນຢຸງ ​ໄດ້​ສົ່ງ​​ໂທລະ​ເລກ ອວຍພອນ. ​ໃນ​ໂທລະ​ເລກ, ທ່ານ​ນາຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີ້​ນຢຸງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ປະຊາຊົນກຳປູເຈຍຈະສືບຕໍ່ຍາດໄດ້ບັນດາ ຜົນງານທີ່​ໃຫຍ່​ຫຼວງ​ກ່ວາ​ອີກ​ໃນ​ກິດຈະການ​ສ້າງສາ​ປະ​ເທດ​ກຳປູ​ເຈຍ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ, ພັດທະນາ​ຢ່າງ​ຈະ​ເລີ​ນຮຸ່ງ​ເຮ​ືອງ, ສ້າງສາ​ຍພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີງາມ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ, ໝັ້ນຄົງ​ຍາວ​ນານ​ລະຫວ່າງ​ຫວຽດນາມ ​ແລະ ກຳປູ​ເຈຍ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ ​ແລະ ຂະຫຍາຍຕົວ ​ເພື່ອ​ຜົນ​ປະ​ໂຫຍ​ດທີ່​ແທດ​ຈິງ​ຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. 

ຂ່າວ/ບົດ​ອື່ນ