ສະມັດຊາໃຫຍ່ສະຫະປະຊາຊາດໄຂກອງປະຊຸມຄັ້ງທີ71

ສະມັດຊາໃຫຍ່ສະຫະປະຊາຊາດໄຂກອງປະຊຸມຄັ້ງທີ71 - ảnh 1
ສະມັດຊາໃຫຍ່ສະຫະປະຊາຊາດໄຂກອງປະຊຸມຄັ້ງທີ71
(ພາບ: THX/TTXVN)


(vovworld) - ຕອນ​ເຊົ້າ​ວັນ​ທີ 14/09 (ຕາມ​ເວ​ລາ​ຫວຽດ​ນາມ), ກອງ​ປະ​ຊຸມ​ໃຫຍ່ຄັ້ງ​ທີ 71 ຂອງ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ຖືກ​ໄຂ​ຂຶ້ນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າທີ່​ມາ​ຈາກ 193 ປະ​ເທດ​ສະ​ມາ​ຊິກ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ປະ​ທານ​​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 71 Peter Thompson ແລະ ທ່ານ​ເລ​ຂາ​ທ​ິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ Ban Ki Moon. ໃນ​ບົດ​ກ່າວ​ປາ​ໄສ​ໄຂ​ກອງ​ປະ​ຊຸ​ມ, ທ່ານ Peter Thompson ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​​ສຳ​ຄັນ ແລະ ຄວາມ​ໝາຍ​ຂອງ​ໂຄງ​ການ​ດຳ​ເນີນ​ງານ​ພັດ​ທະ​ນາ​​ແບບ​ຍືນ​ຍົງ 2030 ແລະ ສັນ​ຍາ​ປາ​ຣີ ກ່ຽວ​ກັບ​ການ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ທ່ານກໍ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ວ່າ ຈະ​ສົ່ງ​ເສີມ​ສະ​ມັດ​ຊ​າ​ໃຫຍ່ ເອົາ​ໃຈ​ໃສ່​​ເປັນ​ພິ​ເສດເຖິງບັນ​ດາ​ບັນ​​ຫາ​ສິດ​ທິ​ມະ​ນຸ​ດ​ໃນ​ຕະ​ຫຼ​ອດ​ເວ​ລາ​ດຳ​ເນີນກອງ​ປະ​ຊຸມ​ຄັ້ງ​ທີ 71. ນອກ​ຈາກນັ້ນ, ທ່ານ​ກໍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ບັນ​ດາ​ມາດ​ຕະ​ການ​ໃໝ່ ເພື່ອ​ແກ້​ໄຂ​ບັນ​ດາ​ການ​ປະ​ທະ​ກັນ​ທີ່​ແກ່​ຍາວ, ຕໍ່​ສູ້​ຕ້ານ​ການກໍ່​ການ​ຮ້າຍ, ປັ​ບ​ປຸງ​ການ​ຄຸ້ມ​ຄອງ​ຊາວ​ອົບ​ພະ​ຍົບ ແລະ ​ລີ້​ໄພ, ພ້ອມ​ທັງ​ແກ້​ໄຂ​ບັນ​ດາ​ວິ​ກິດ​ການ​ມະ​ນຸດ​ສະ​ທຳ.

ຂ່າວ/ບົດ​ອື່ນ