ສະເຫຼີມສະຫຼອງວັນນັກທຸລະກິດຫວຽດນາມ

ສະເຫຼີມສະຫຼອງວັນນັກທຸລະກິດຫວຽດນາມ - ảnh 1
ການເຄື່ອນ​ໄຫວສະ​ເຫຼີມສະຫຼອງ​ວັນ​ນັກທຸລະ​ກິດ​ຫວຽ​ດນາມ
(ພາບ: doanhnhansaigon.vn)

(vovworld) -     ວັນ​ທີ 13/10, ຢູ່​ທ້ອງ​ຖິ່ນ​ຕ່າງໆ ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວສະ​ເຫຼີມສະຫຼອງ​ວັນ​ນັກທຸລະ​ກິດ​ຫວຽ​ດນາມ ​ເພື່ອ​ແນ​ໃສ່​​ເຊີດ​ຊູ​ບັນດາ​ນັກທຸລະກິດ, ວິ​ສາ​ຫະກິດ ທີ່​ມີ​ການ​ປະກອບສ່ວນ​ໃຫ້​ແກ່​ການ​ພັດທ​ະນາ​ຂອງ​ທ້ອງ​ຖິ່ນກໍ​ຄື​ປະ​ເທດ​ຊາດ. ​ໃນ​ຕອນ​ເຊົ້າ​ວັນ​ທີ 13/10, ຢູ່​ນະຄອນ​ໂຮ່ຈິ​ມິນ, ສະຫະ​ສະມາຄົມ​ນັກທຸລະກິດ​ນະຄ​ອນ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ນັກທຸລະກິດ​ຫວຽດນາມ ຄັ້ງ​ທີ 8 ປີ 2012. ນະ​ທີ່​ນີ້, ມີ​ 87 ສ່ວນ​ບຸກຄົນ ​ໄດ້​ຮັບ​ການ​ເຊີດ​ຊູ “ນັກທຸລະກິດນະຄອນ​ໂຮ່ຈິ​ມິນ​ດີ​ເດັ່ນ​ປີ 2012”. ທ່ານ Hoang Cao Tri, ຮອງ​ຜູ້ອຳ​ນວຍການ​ໃຫຍ່​ບໍລິສັດ​ຫຸ້ນ​ສ່ວນ Acecook ຫວຽດນາມ, ​ແມ່ນ​ໜຶ່ງ​ໃນ​ບັນດາ “ນັກທຸລະກິດນະຄອນ​ໂຮ່ຈິ​ມິນ​ດີ​ເດັ່ນ​ປີ 2012” ດ້ວຍ​ພົນ​ງານໄດ້​ຮັບ​ລາງວັນ​​ໃນ 7 ປີ​ລຽນຕິດ​ໃຫ້​ຮູ້​ວ່າ.

        “​ໃນ​ສະພາບ​ການ​ເສດຖະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ພິທີ​​ເຊີດ​ຊູ​​ນີ້ ​ແມ່ນ​ເພື່ອ​ໃຫ້​ພວກ​ຂ້າພ​ະ​ເຈົ້າ​ເພີ່ມ​ກຳລັງ​ແຮງ​ປະກອບສ່ວນ​ສ້າງ​ວິ​ສາ​ຫະກິດ​ຂອງ​ຕົນ ກໍ​ຄື​ປະກອບສ່ວນ​ໃຫ້​ແກ່​ພື້ນຖານ​ເສດຖະກິດ​ຫວຽດນາມ. ສຳລັບ Acecook ຫວຽດນາມ ​ໜ້າ​ທີ່​ຂອງ​ພວກຂ້າພະ​ເຈົ້າ​ແມ່ນ​ເຮັດ​ແນວ​ໃດ​​ເພື່ອ​ຜະລິດ​ບັນດາ​ຜະລິດ​ຕະພັນ​ທີ່​ມີ​ຄຸນ​ນະພາ​ບ​ຮັບ​ໃຊ້​ຜູ້​ບໍລິ​ໂພ​ກ, ອຸປະ​ໂພ​ກ ​ໃນ​ທ່າ​ອ່ຽງ​ເຊິ່ງການ​ພັດທະນາ​ອຸດສາຫະກຳ​ຕ້ອງການ​ມີຜະລິດ​ຕະພັນ​ທີ່​ມີຄຸນຄ່າ. ​ແລະ ​ເລື່ອງ​ພັດທະນາ​ທີ່​ມີ​ຕໍ່ Acecook ຫວຽດນາມ ​ແມ່ນ​ພາລະໜ້າທີ ​ແລະ​ ຄວາມ​ຮັບຜິດຊອບ​ເພື່ອ​ປະກອບສ່ວນ​ໃຫ້​ແກ່​ເສດຖະກິດ​ຂອງ​ປະ​ເທດ”.

        ​ແລະ​ກໍ​ໃນ​ຕອນ​ຄໍ່າ​ວັນ​ດຽວ​ກັນ, ຢູ່​​ແຂວງ ​ເກີນ​ເທີ, ສະມາຄົມ​ນັກທຸລະກິດ​ໜຸ່ມ​ນະຄອນ​ ​ເກີນ​ເທີ ​ໄດ້​ຈັດ​ລາຍການ “ຄຳນັບ​ຊົມ​ເຊີຍວັນ​ນັກທຸລະກິດ​ຫວຽດນາມ 13/10”. ຕາມ​ທ່ານ Nguyen Trung Kien, ປະທານ​ສະມາຄົມ​ນັກທຸລະກິດ​ໜຸ່ມ​ນະຄອນ​ເກີນ​ເທີ ​ແລ້ວ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະມາຄົມ​ຈະ​ສືບ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ສຳພັນ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ແນະນ​ຳ​ໂຄສະນາ​ຜະລິດ​ຕະພັນ, ​ເປີດ​ກວ້າງ​ຕະຫຼາດ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ. ທ່ານ Nguyen Trung Kien ກ່າວ​ວ່າ.

        “​ໃນ​ໄ​ລ​ຍະ​ຈະ​ມາ​ເຖິງ, ພວກ​ຂ້າພະ​ເຈົ້າ​ຍັງ​ສືບ​ຕໍ່​ຄົ້ນຄວ້າ​ບັນດາ​ນະ​ໂຍບາຍ​ສຳ​ພັດ​ກັບ​ບັນດາ​ແຫຼ່ງທຶນ​ໃໝ່ ​ເພື່ອ​ໂຄສະນາ​ໃຫ້​ແກ້​ບັນດາ​ວິ​ສາ​ຫະກິດ, ສືບ​ຕໍ່​ປະຕິບັດ​ຮູບ​ແບບ “ກາ​ເຟນັກ​ສຶກສາ”, ສ້າງ​ສະພາບ​ແວດ​ລ້ອມ​ໃຫ້​ບັນດາ​ນັກທຸລະກິດ​ ​ເພື່ອ​​ໃຫ້​ເຂົາ​ເຈົ້າ​ໄດ້​ພົບ​ປະ​ແລກປ່ຽນ​, ທັງ​​ເປັນ​ການສ້າງ​ກອງ​ທຶນ​ໃຈ​ບຸນ​ໃຈ​ກຸສົນ ​ໃຫ້​ປະຊາຊົນ​ທຸກ​ຍາກ ​ແລະ ນັກຮຽນ​ທຸກ​ຍາກ​ຢູ່​ນະຄອນ​ເກີນ​ເທີ. ພັກ ​ແລະ ລັດ ​ເອົາ​ໃຈ​ໃສ່​ເຂົ້າ​ໃນ​ວົງ​ການ​ນັກທຸລະກິດ​ໜຸ່ມ, ​ເພາະສະ​ນັ້ນ​ພວກ​ຂ້າພະ​ເຈົ້າ​ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ, ທັງ​ພັດທະນາ​ວິ​ສາ​ຫະກິດ, ທັງ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ​ປະ​ເທດ​ຊາດ.”

ຂ່າວ/ບົດ​ອື່ນ