(vovworld) - ລາຍການສີລະປະ ບ້ານເກີດເມືອງນອນ ແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 110 ປີແຫ່ງວັນຄ້າຍວັນເກີດທ່ານເລຂາທິການໃຫຍ່ Le Hong Phong, ໄດ້ດຳເນີນໃນຕອນຄໍ່າວັນທີ 5/9, ຢູ່ສະໜາມຫຼວງໂຮ່ຈິມິນ, ນະຄອນວິງ, ແຂວງ Nghe An. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong ໄດ້ເຂົ້າຮ່ວມລາຍການ. ບັນດາບົດເພງ, ວາດຟ້ອນ, ບົດລະຄອນໃນລາຍການດັ່ງກ່າວມີເນື້ອໃນຍ້ອງຍໍບ້ານເກີດເມືອງນອນ, ປະເທດຊາດ, ຄິດຮອດຄິດເຖິງ, ເຊີດຊູຄຸນງາມຄວາມດີອັນໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ Le Hong Phong ທີ່ມີຕໍ່ພາລະກິດປະຕິວັດແຫ່ງການປົດປ່ອຍຊາດ, ປົດປ່ວຍຊົນຊັ້ນ, ປົດປ່ອນມະນຸດຂອງພັກກອມມູນິດຫວຽດນາມ, ກັບຂະບວນການກອມມູນິດ ແລະ ກຳມະກອນສາກົນ. ລາຍການສີລະປະນີ້ຍັງແມ່ນການຕອບບຸນແທນຄຸນຢ່າງເລິກເຊິ່ງຂອງລຸ້ນປະຈຸບັນຕໍ່ນັກປະຕິວັດລຸ້ນກ່ອນ, ບັນດານັກຮົບທີ່ໄດ້ອຸທິດສ່ວນ, ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບຊອງຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ.