ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ສ້າງຕັ້ງສະ​ຖາ ​ບັນ​ຄົ້ນຄ້ວາ​ອາຊີ​ ຕາ​ເວັນ​ອອກ​ສ່ຽງ​ໃຕ້


ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ສ້າງຕັ້ງສະ​ຖາ ​ບັນ​ຄົ້ນຄ້ວາ​ອາຊີ​ ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 1

ພິທີຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ 3

 (ພາບ: My Binh)

 (vovworld)-​​​​ ​ “ນີ້​ແມ່ນ​ລາງວັນ​ສູງ​ສົ່ງ​ຂອງ​ພັກ ​ແລະ ລັດ​ມອບ​ໃຫ້ສະ​ຖາ​ບັນ​ຄົ້ນຄ້ວາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ເພື່ອ​ຕີ​ລາຄາ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ພວກ​ຂ້າພະ​ເຈົ້າ​ໃນ 40 ປີຜ່ານມາ“. ຮອງ​ສາດສະດາຈານ, ດຣ ຫງວຽນ​ຢຸຍຢຸງ, ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄ້ວາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໄດ້​ຢືນຢັນ​ຄື​ດັ່ງກ່າວ​ທີ່ພິທີສະ​ເຫຼີ​ມ ສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງຕັ້ງສະ​ຖາ​ບັນ​ຄົ້ນຄ້ວາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (1973-2013) ​ແລະ ຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ 3 ຊື່​ງຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 15/11 ຢູ່​ຮ່າ​ໂນ້ຍ.

  ນັບ​ແຕ່​ເວລາ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ມາ​ຮອດ​ປະຈຸ​ບັນ, ສະ​ຖາ​ບັນ​ຄົ້ນຄ້ວາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໄດ້​ມີ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ກາຍ​ເປັນສະ​ຖາ​ບັນ​ຄົ້ນຄ້ວາອັນ​ດັບ​ໜຶ່ງ​ກ່ຽວ​ກັບ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຂອງ​ຫວຽດນາມ. ກ່ຽວ​ກັບ​ທິດ​ທາງ, ໜ້າ​ທີ່​ຕົ້ນຕໍ​ໃນ​ໄລຍະ​ຈະ​ມາ​ເຖິງ, ຮອງ​ສາດສະດາຈານ, ດຣ ຫງວຽນ​ຢຸງຢຸງ, ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄ້ວາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃຫ້​ຮູ້​ວ່າ:

   “ພວກ​ຂ້າພະ​ເຈົ້າສະ​ສຸມ​ໃສ່​ຄົ້ນຄ້ວາ​ບັນ​ດາ​ບັນຫາ​ພື້ນຖານ​ດ້ານ​ປະຫວັດສາດ, ວັດທະນະທຳ​ສັງຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ​ໃນ​ນັ້ນລົງ​ເລິກ​ວິ​ເຄາະ ​ແລະ ​ເຮັດ​ແຈ້ງ​ບັນດາ​ການ​ປ່ຽນ​ແປງ​ໃໝ່, ບັນດາ​ບັນຫາ​ກ່ຽວ​ກັບ​ທະ​ເລ, ໝູ່​ເກາະ… ​ແລະ ການ​ກະທົບ​ຕໍ່​ການ​ພັດທະນາ​ຂອງ​ປະ​ເທດ​ຕ່າງໆ ກໍ່​ຄື​ຂອງ​ອາ​ຊຽນ“.

ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ສ້າງຕັ້ງສະ​ຖາ ​ບັນ​ຄົ້ນຄ້ວາ​ອາຊີ​ ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ảnh 2
ສະ​ແດງ​ສິລະ​ປະ​ຊົມ​ເຊີຍ

 (ພາບ: My Binh)

   ທ່ານ​ຄຳ​ພອນ ບຸນ​ນະ​ດີ, ຮອງ​ປະທານ​ສະ​ຖາ​ບັນ​ວິທະຍາສາດ​ສັງຄົມ​ແຫ່ງ​ຊາດ​ລາວ ​ແບ່ງປັນ​ວ່າ: 

ສຽງ​ທ່ານ​ຄຳ​ພອນ

ຕອບກັບ

ຂ່າວ/ບົດ​ອື່ນ