ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດຫວຽດນາມ - ລາວ ຢູ່ອິນ​ເດຍ

ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດຫວຽດນາມ - ລາວ ຢູ່ອິນ​ເດຍ - ảnh 1
ທີ່ງານ​ຊຸມນຸມ​ມິດ​ຕິງ, ​ງານ​ມະ​ໂຫລານ​ສິນລະປະວັດທະນະທຳ
( ພາບ: .cpv.org.vn )


(vovworld) -     ຕອນ​ຄໍ່າ​ວັນ​ທີ 11/8, ຢູ່​ສຳນັກງານ​ສະຖານທູດ​ຫວຽດນາມ ປະຈຳ​ອິນ​ເດຍ, ສະຖານທູດ​ຫວຽດນາມ ​ແລະ ສະຖານທູດ​ລາວ ປະຈຳ​ອິນ​ເດຍ ​ໄດ້​ຈັດ​ຕັ້ງງານ​ຊຸມນຸມ​ມິດ​ຕິງ, ​ງານ​ມະ​ໂຫລານ​ສິນລະປະວັດທະນະທຳ ​ແລະ ອາຫານ​ການ​ກິນ ​ເພື່ອ ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງສາຍພົວພັນ​ທາງ​ການ​ທູດ, 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ​ຫວຽດນາມ - ລາວ. ທີ່​ພິທີ​ໂຮມ​ຊຸມນຸມມິດ​ຕິງ, ທ່ານ​ເອກ​ອັກ​ຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອິນ​ເດຍ Nguyen Thanh Tan ​ແລະ ທ່ານເອກ​ອັກ​ຄະ​ລັດຖະທູດ​ລາວ ປະຈຳ​ອິນ​ເດຍທອງພັນ ​ໄດ້​ທົບ​ທວນຄືນນ​ສາຍ​ພົວພັນ​ມິດຕະພາບ ​ແລະ ການຮ່ວມມືແບບພິເສດຫວຽດນາມ - ລາວ. ທ່ານເອກອັກຄະລັດຖະທູດ Nguyen Thanh Tan ​ໄດ້​ເນ​ັ້ນໜັກ​ວ່າ, ສາຍ​ພົວພັນ​ແບບ​ພິ​ເສດ ​ໄດ້​ຜ່ານ​ຜ່າຄວາມ​ຫຍຸ້ງຍາກ ​ແລະ ການ​ທ້າ​ທາຍ​ຫຼາຍ​ຢ່າງ​ລະຫວ່າງ​ຫວຽດນາມ - ລາວ, ບໍ່​ມີ​ຫຍັງ​ສາມາດ​ປ່ຽນ​ແປງ​ໄດ້. ປະຈຸ​ບັນ, ຫວຽດນາມ ​ແລະ ລາວ ພວມ​ຍູ້​ແຮງ​ວິວັດ​ການ​ຫັນ​ການ​ປ່ຽນ​ໃໝ່, ​ເປ​ັນ​ເຈົ້າ​ການ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ຕັ້ງໜ້າ. ສ່ວນ​ທ່ານເອກ​ອັກ​ຄະ​ລັດຖະທູດ​ລາວ ທອງພັນກໍ​ສະ​ແດງ​ຄວາມ​ຫວັງ​ວ່າ ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ລາວ ຈະ​ນັບ​ມື້​ນັບ​ໄດ້​ຮັບ​ການ​ພັດ​ທະນາ​ໃຫ້​ດີ​ຍິ່ງໆ​ຂຶ້ນ.

ຂ່າວ/ບົດ​ອື່ນ