ສະເຫຼີມສະຫຼອງ20ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ-ສ.ເກົາຫຼີນະຄອນໂຮ່ຈີມິນ
(ພາບປະກອບ)
(vovworld) – ວັນທີ 8/10, ສະຫະສະມາຄົມບັນດາອົງການມິດຕະພາບ, ສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ນະຄອນໂຮ່ຈີມິນ ຈັດຕັ້ງພິທີສະເຫຼີມ ສະຫຼອງຄັ້ງທີ 4347 ແຫ່ງວັນສະຖາປະນາປະເທດສ.ເກົາຫຼີ ແລະ 20 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ນະຄອນໂຮ່ຈີມິນ. ນະທີ່ນີ້, ທ່ານ Park Noh – wan, ຫົວໜ້າສະຖານກົງສູນໃຫຍ່ ສ.ເກົາຫຼີ ປະຈຳນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ: ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືລະຫວ່າງ 2 ປະເທດໄດ້ຮັບການເພີ່ມພູນຄູນສ້າງ ແລະ ສະໜິດຕິດພັນກັນຢ່າງບໍ່ຢຸດຢັ້ງ ໂດຍຜ່ານບັນດາການຢ້ຽມຢາມ ແລະ ເຮັດວຽກເປັນປະຈຳຂອງການນຳຂັ້ນສູງ 2 ປະເທດ. ທ່ານ Park Noh – wan ຢືນຢັນວ່າ: ໃນບົດບາດເປັນຂົວເຊື່ອມຕໍ່ການພົວພັນຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະ ສ.ເກົາຫຼີ, ທ່ານ Park Noh – wanຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອແນໃສ່ປະກອບສ່ວນເຂົ້າບັນດາຜົນງານອັນຍິ່ງໃຫຍ່ໃນການພົວພັນຄູ່ຮ່ວມມືຍຸດທະສາດ ສ.ເກົາຫຼີ - ຫວຽດນາມ.
ທ່ານ ຫວູວັນຮ່ວາ, ປະທານສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ນະຄອນໂຮ່ຈີມິນ ຢືນຢັນວ່າ: ນັບແຕ່ເມື່ອສ້າງຕັ້ງມາຮອດປະຈຸບັນ, ໂດຍຜ່ານບັນດາການເຄື່ອນໄຫວມິດຕະພາບ, ສະມາຄົມໄດ້ເປີດກ້ວາງການພົບປະແລກປ່ຽນວັດທະນະທຳ ກໍຄືການຮ່ວມມືເສດຖະກິດ, ການສຶກສາລະຫວ່າງ 2 ປະເທດ ຢ່າງບໍ່ຢຸດຢັ້ງ. ການເຄື່ອນໄຫວເຫຼົ່ານັ້ນ ປະກອບສ່ວນປັບປຸງ ແລະ ພັດທະນາການພົວພັນມິດຕະພາບລະຫວ່ງປະຊາຊົນ ຫວຽດນາມ - ສ.ເກົາຫຼີ ໃຫ້ຂຶ້ນສູ່ລະດັບສູງໃໝ່.