ສະໜອງວັດຖຸອຸປະກອນ, ຊຸດວິໄຈໃຫ້ແກ່ບັກນິງ ແລະ ບັກຢາງ

(VOVWORLD) -ແຂວງ ບັກຢາງ, ບັກນິງ ຕ້ອງວິໄຈກັ່ນຕອງຢູ່ບັນດາເຂດທີ່ຍັງບໍ່ທັນປະຕິບັດການແຍກຫ່າງເພື່ອຕີລາຄາຢ່າງເປັນປະຈຳແນໃສ່ກວດຫາກໍລະນີຕິດເຊື້ອ ແລະ ແກ້ໄຂຢ່າງທັນການ.
ສະໜອງວັດຖຸອຸປະກອນ, ຊຸດວິໄຈໃຫ້ແກ່ບັກນິງ ແລະ ບັກຢາງ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ
(ພາບ: VGP)

ນັ້ນແມ່ນຄຳຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ທີ່ກອງປະຊຸມທາງອອນລາຍກັບການນຳແຂວງ ບັກນິງ ແລະ ບັກຢາງ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໃນຕອນບ່າຍວັນທີ 27 ພຶດສະພາ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ: ຕ້ອງເພີ່ມຄວາມໄວໃນການວິໄຈນັບທັງຢູ່ເຂດທີ່ຍັງບໍ່ທັນປະຕິບັດການແຍກຫ່າງ, ບັນດາທ້ອງຖິ່ນທີ່ຍັງບໍ່ທັນກວດພົບກໍລະນີຕິດໂລກລະບາດ, ຕ້ອງກັ່ນຕອງເພື່ອຫຼີກລ້ຽງສະພາບການທີ່ອາດຈະເກີດຂຶ້ນແບບບໍ່ຄາດຄິດ:

        “ໃນບໍລິເວນທົ່ວປະເທດ, ຢູ່ບັນດາເຂດອຸດສາຫະກຳຕ້ອງກວດກາຄືນ, ປະຕິບັດການຊີ້ນຳຂອງຄະນະຊີ້ນຳຢ່າງເຂັ້ມງວດ, ກວດກາຕີລາຄາຄວາມປອດໄພຢູ່ແຕ່ລະຮາກຖານຜະລິດ. ຂ້າພະເຈົ້າສະເໜີໃຫ້ບັນດາຄະນະຊີ້ນຳຢູ່ທຸກທ້ອງຖິ່ນຕ້ອງຍົກສູງສະຕິລະມັດລະວັງຢ່າງສູງທີ່ສຸດ, ບໍ່ໃຫ້ຄິດວ່າໂລກລະບາດເກີດພຽງແຕ່ຢູ່ເຂດອຸດສາຫະກຳແຕ່ຫາກບໍ່ມີໃນການເຄື່ອນໄຫວອື່ນໆ”.

        ໃນວັນທີ 27 ພຶດສະພາ, ຢູ່ແຂວງ ບັກນິງ ໄດ້ກວດພົບຫຼາຍກໍລະນີຕິດໂລກລະບາດໂຄວິດ-19 ໃໝ່ທີ່ກ່ຽວຂ້ອງເຖິງເຂດອຸດສາຫະກຳ. ໃນສະພາບໂລກລະບາດມີການຜັນແປຢ່າງສັບສົນຢູ່ບັນດາເຂດອຸດສາຫະກຳນັ້ນ, ພະແນກສາທາລະນະສຸກແຂວງ ບັກນິງ ໄດ້ສະເໜີໃຫ້ກະຊວງສາທາລະນະສຸກໜູນຊ່ວຍຊຸດວິໄຈໄວ 100.000 ຊຸດ. ຄຽງຂ້າງນັ້ນ, ສະເໜີໃຫ້ໂຮງໝໍພາງສະໜາມຂອງກອງທັບຍົກຈຳນວນຕຽງນອນຂຶ້ນ 500 ຕຽງເພື່ອກະກຽມໃຫ້ສະພາບການທີ່ອາດຈະເກີດຂຶ້ນໃໝ່.

        ສ່ວນຢູ່ແຂວງ ບັກຢາງ, ປະຈຸບັນຈຸດໃຈກາງທີ່ຮ້ອນເຮັ່ງທີ່ສຸດຍັງແມ່ນຢູ່ເມືອງ ຫວຽດອຽນ ເຊິ່ງແມ່ນເຂດມີຜູ້ອອກແຮງງານຫຼາຍຄົນອາໄສ. ປະຈຸບັນ, ບັນດາພະນັກງານ, ນັກສຶກສາອາສາສະໝັກຂະແໜງການແພດ ພວມສຸມໃສ່ເອົາຕົວຢ່າງມາວິໄຈໃຫ້ປະມານ 70.000 ຄົນ, ຈະມີຜົນການວິໄຈພາຍໃນເວລາ 24 ຊົ່ວໂມງ.

        ໃນໄລຍະຜ່ານມາ, ກະຊວງສາທາລະນະສຸກໄດ້ຈັດແບ່ງວັກຊິນກັນໂຄວິດ-19 ຄັ້ງທີ 1 ແລະ ຄັ້ງທີ 2 ໃຫ້ແກ່ບັນດາທ້ອງຖິ່ນ, ຫົວໜ່ວຍເພື່ອສັກໃຫ້ເປົ້າໝາຍບຸລິມະສິດ. ແຂວງ ບັກນິງ ໄດ້ຜັນຂະຫຍາຍການສັກວັກຊິນຖືກຕ້ອງຕາມຄວາມຄືບໜ້າ, ໃນນັ້ນມີເກືອບ 2.000 ຄົນໄດ້ສັກເຂັ້ມທີ 2 ແລ້ວ. ເລື່ອງຜັນຂະຫຍາຍການສັກວັກຊິນໃຫ້ກຳມະກອນໃນໂຮງຈັກ, ໂຮງງານ ແມ່ນເພື່ອສະກັດກັ້ນການຕິດແປດໃນຊຸມຊົນເຂົ້າເຂດອຸດສາຫະກຳ, ຄວບຄຸມກໍລະນີຕິດເຊື້ອພະຍາດຢູ່ໃນບັນດາວິສາຫະກິດເປັນເທື່ອລະກ້າວ.

        ຄາດວ່າ, ມີກຳມະກອນປະມານ 90.000 ຄົນຈະໄດ້ສັກວັກຊິນໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ