ສ້າງ​ຕັ້ງ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​ໃຫ້​ນັບ​ມື້​ນັບ​ໝັ້ນ​ຄົງ​ເຂັ້ມ​ແຂງ

(VOVWORLD) -ວັນທີ 24 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳຢູ່ ກອງປະຊຸມຕຳຫຼວດທົ່ວປະເທດຄັ້ງທີ 75. 
ສ້າງ​ຕັ້ງ​ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ​ໃຫ້​ນັບ​ມື້​ນັບ​ໝັ້ນ​ຄົງ​ເຂັ້ມ​ແຂງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນຊີ້ນຳຢູ່ ກອງປະຊຸມຕຳຫຼວດທົ່ວປະເທດຄັ້ງທີ 75

ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງວ່າ ບໍ່ວ່າໃນສະພາບການໃດ, ເງື່ອນໄຂໃດ, ກຳລັງຕຳຫຼວດ ປະຊາຊົນ ກໍ່ຕ້ອງຢຶດໝັ້ນກັບຫຼັກການຂອງພັກ, ການນຳກ່ຽວກັບທຸກໆດ້ານຂອງຕຳຫຼວດປະຊາຊົນຢ່າງເຂັ້ມງວດ. ຄະນະພັກຕຳຫຼວດສູນກາງ ແລະ ອົງຄະນະພັກທຸກຂັ້ນໃນກຳລັງຍາມໃດກໍ່ຕ້ອງ ຊາບຊຶມ ແລະ ປະຕິບັດແນວທາງ, ແຜນນະໂຍບາຍຂອງພັກກ່ຽວກັບຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢ່າງເຂັ້ມງວດ, ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ພະນັກງານ, ນັກຮົບຕຳຫຼວດທຸກຄົນຕ້ອງຍົກສູງຈິດໃຈຕໍ່ສູ້, ຝຶກຝົນຫຼໍ່ຫຼອມຄຸນສົມບັດປະຕິວັດ, ຄຸນທາດການເມືອງຢ່າງບໍ່ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ