ສາທາລະນະລັດ ຣາວັນດາ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືກັບ ຫວຽດນາມ ກ່ວາອີກ.

(VOVWORLD) -ທ່ານ Paul Kagame ປະທານາທິບໍດີ ຣາວັນດາ ຫວັງວ່າການພົວພັນຮ່ວມມືລະຫວ່າງສອງປະເທດຈະໄດ້ຮັບການຊຸກຍູ້ໃນຫຼາຍຂົງເຂດກ່ວາອີກໃນໄລຍະຈະມາເຖິງ.
ສາທາລະນະລັດ ຣາວັນດາ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືກັບ ຫວຽດນາມ ກ່ວາອີກ. - ảnh 1ທ່ານ ຫງວຽນກິມແຢັວງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສສ. ຫວຽດນາມ  ແລະ ທ່ານ Paul Kagame ປະທານາທິບໍດີ ສ.ຣາວັນດາ.

ທ່ານ ຫງວຽນກິມແຢັວງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງສາທາລະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ຕັງຊານີ  ແລະ ຣາວັນດາ ຫາກໍ່ເຂົ້າຍື່ນສານຕາຕັ້ງ ຕໍ່ທ່ານ Paul Kagame ປະທານາທິບໍດີ ສ.ຣາວັນດາ. ທີ່ການຕ້ອນຮັບພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານ ຫງວຽນກິມແຢັວງ ຫວັງວ່າສອງປະເທດຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນໃນທຸກຂັ້ນ, ສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນກ່ວາອີກໃນບັນດາເວທິປາໄສສາກົນ ແລະ ພາກພື້ນ, ຈະລົງນາມໃນສົນທິສັນຍາຍົກເວັ້ນວີຊາໃຫ້ແກ່ຜູ້ທີ່ມີໜັງສືຜ່ານແດນທາງການທູດ ແລະ ໜັງສືຜ່ານແດນທາງລັດຖະການໂດຍໄວ, ເຈລະຈາ ແລະ ລົງນາມໃນສົນທິສັນຍາການຄ້າ, ສົນທິສັນຍາສົ່ງເສີມ ແລະ ອາລັກຂາການລົງທຶນ, ສົນທິສັນຍາບໍ່ເກັບພາສີຊ້ອນ…ເພື່ອແນໃສ່ສ້າງຂອບເຂດນິຕິກຳໃຫ້ແກ່ບັນດາເຄື່ອນໄຫວການຮ່ວມມື. ທ່ານ Paul Kagame ປະທານາທິບໍດີ ຣາວັນດາ ຫວັງວ່າການພົວພັນຮ່ວມມືລະຫວ່າງສອງປະເທດຈະໄດ້ຮັບການຊຸກຍູ້ໃນຫຼາຍຂົງເຂດກ່ວາອີກໃນໄລຍະຈະມາເຖິງ.

ກ່ອນໜ້ານັ້ນ, ທ່ານ ຫງວຽນກິມແຢັວງ ໄດ້ເຮັດວຽກກັບທ່ານ Richard Sezibera ລັດຖະມົນຕີການຕ່າງປະເທດ ຣາວັນດາ ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດເວົ້າສະເພາະ ແລະ ສອງປະເທດເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ