ສ.ເກົາຫຼີດຳເນີນບັ້ນເຄື່ອນໄຫວລາດຕະເວນສະກັດກັ້ນກຳ່ປັ່ນຫາປາຂອງຈີນເຄື່ອນໄຫວຜິດກົດໝາຍ

ສ.ເກົາຫຼີດຳເນີນບັ້ນເຄື່ອນໄຫວລາດຕະເວນສະກັດກັ້ນກຳ່ປັ່ນຫາປາຂອງຈີນເຄື່ອນໄຫວຜິດກົດໝາຍ - ảnh 1
ກຳ່ປັ່ນລາດຕະເວນຂອງ ສເກົາຫຼີ
(ພາບ: AFP)

(vovworld) –  ວັນ​ທີ 10/6, ສ. ​ເກົາຫຼີ ​ໄດ້​ເລີ່​ມດຳ​ເນີນ​ບັ້ນ​ເຄື່ຶອນ​ໄຫວ​ລາດ​ຕະເວນ​ຂັບ​ໄລ່​ບັນດາ​ກ​​ຳ່ປັ່ນ​ຂອງ ຈີນ ​ເຄື່ອນ​ໄຫວ​ຢ່າງ​ຜິດ​ກົດໝາຍ​ຢູ່​ບັນດາ​ເຂດ​ທະ​ເລ​ລະຫວ່າງ 2 ພາກ​ເກົາຫຼີ. ການ​ເຄື່ອນ​ໄຫວ​ນີ້ຖືກ​ດຳ​ເນີນ​ໄປ​​ໂດຍ​ມີ​ການ​ສົມທົບ​ກັບ​ກອງ​ບັນຊາ​ການ ສປຊ (UNC) ​ໂດຍ ອາ​ເມ​ລິ​ກາ ນຳ​ໜ້າ. ​ເຈົ້າ​ໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປ​ະ​ເທດ ສ. ​ເກົາຫຼີ ​ໃຫ້​ຮູ້​ວ່າ: ​ເຖິງ​ວ່າ​ລັດຖະບານ​ປະ​ເທດ​ນີ້​ໄດ້​ປະຕິບັດ​ຄວາມ​ມານະ​ພະຍາຍາມ​ທາງ​ການ​ທູດ​ຫຼາຍ​ຢ່າງກໍ່​ຕາມ ​ແຕ່​ບັນດາ​ກຳ່​ປັ່ນ​ຫາ​ປາ​ຂອງ ຈີນ ຍັງ​ຄົງ​ສືບ​ຕໍ່​ເຄື່ອນ​ໄຫວ​ຜິດ​ກົດໝາຍ​ຢູ່​ທີ່​ນີ້, ອັນ​ໄດ້​ພາ​ໃຫ້​ວົງ​ການ​ເຈົ້າ​ໜ້າ​ທ່ີ ສ. ​ເກົາຫຼີ ຕ້ອງ​ຕັ​ດສິນ​ໃຈ​ສົມທົບ​ກັບ UNC ນຳ​​ໃຊ້​ມາດ​ຕະການ​ດັ່ງກ່າວ.

 


ຂ່າວ/ບົດ​ອື່ນ