ພາບປະກອບ:internet
|
(vovworld)- ວັນທີ 19/8 ສເກົາຫລີ ແລະ ອາເມລິກາ ເລີ່ມຕົ້ນການຊ້ອມຮົບຮ່ວມປະຈຳປີ. ກອງບັນຊາການບັນດາກຳລັງສົມທົບໃຫ້ຮູ້ວ່າ: ການຊ້ອມຮົບດັ່ງກ່າວມີການຫນູນຊ່ວຍຈາກຄອມພິວເຕີ ຄາດວ່າຈະແກ່ຍາວໃນເວລາ 12 ວັນ, ລະດົມທະຫານ ສເກົາຫລີ ປະມານ 50.000 ຄົນ ແລະ ທະຫານອາເມລິກາ ປະມານ 30.000 ຄົນ. ຕາມກອງບັນຊາການດັ່ງກ່າວແລ້ວ, ການຊ້ອມຮົບເພື່ອກວດກາຄວາມສາມາດຂອງບັນດາກຳລັງເພື່ອຮັບປະກັນຄວາມໝັ້ນຄົງຢູ່ໃນແຫລມເກົາຫລີ ແລະ ຮັກສາຄວາມສາມາດປ້ອງກັນຮ່ວມລະຫວ່າງສອງປະເທດພັນທະມິດດັ່ງກ່າວ.