ພາບປະກອບ:internet
|
(vovworld) - ວັນທີ 9/4, ໃນຖະແຫລງການສ່ອງແສງໃຫ້ເຫັນຄວາມວິຕົກກັງວົນຂອງອາເມລິກາຕໍ່ບັນດາເຫດຫັກເກີ ແລະ ສືບລາຊະການລັບທາງເຄືອຄ່າຍອິນເຕີແນດທີ່ພວມເພີ່ມຂຶ້ນນັ້ນ, ທ່ານ Robert Hormats, ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບກ່ຽວກັບການພັດທະນາເສດຖະກິດໄດ້ກ່າວເຕືອນປັກກີ່ງວ່າ ບັນດາເຫດຫັກເກີທີ່ເລີ່ມມາຈາກຈີນ ນັບມື້ນັບເພີ່ມຂຶ້ນ ໄດ້ ແລະ ພວມເຮັດໃຫ້ການພົວພັນລະຫວ່າງ ອາເມລິກາ ແລະ ຈີນຊົ່ວຮ້າຍລົງ. ໃນບົດປາໄສທີ່ກອງປະຊຸມກ່ຽວກັບເຕັກໂນໂລຊີອິນເຕີແນດຢູ່ ປັກກີ່ງ, ທ່ານ Hormats ຖືວ່າ: ບັນດາເຫດຫັກເກີຈາກ ຈີນ ແລະ ແຊກຊືມເຂົ້າລະບົບຄອມພິວເຕີຂອງບັນດາກະຊວງ, ຂະແຫນງການ ແລະ ບໍລິສັດຕ່າງໆຂອງ ອາເມລິກາ ເພື່ອລັກລອບບັນດາຂໍ້ມູນຂ່າວທີ່ສຳຄັນແມ່ນບັນລຸລະດັບສູງສຸດ. ທ່ານຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ ຮຽກຮ້ອງໃຫ້ຝ່າຍ ຈີນ ເພື່ອຜົນປະໂຫຍດຍາວນານ ຕ້ອງມີມາດຕະການແຂງແຮງເພື່ອສະກັດກັ້ນສະພາບການດັ່ງກ່າວ. ອຳນາດການປົກຄອງປະທານາທິບໍດີ ອາເມລິກາ Barack Obama ໄດ້ຮັບຮູ້ວ່າ: ນີ້ແມ່ນໄພນາບຂູ່ເຖິງຄວາມສະຫງົບປອດໄພແຫ່ງຊາດ, ສະນັ້ນ ຈະສືບຕໍ່ຍົກອອກບັນຫານີ້ອອກມາໃນການເຈລະຈາຄັ້ງຕ່າງໆກັບບັນດາເຈົ້າຫນ້າທີ່ຂັ້ນສູງຂອງຈີນ.