ຫຼຸດຜ່ອນອາກອນມູນຄ່າເພີ່ມເພື່ອແນໃສ່ກະຕຸກຊຸກຍູ້ການບໍລິໂພກ, ຊຸກຍູ້ການເຕີບໂຕເສດຖະກິດ
(VOVWORLD) - ຮ່າງມະຕິໄດ້ກຳນົດຂອບຂະໜາດໝູນໃຊ້ລວມມີ: ຫຼຸດຜ່ອນ 2% ອາກອນມູນຄ່າເພີ່ມ, ໝູນໃຊ້ສຳລັບບັນດາໝວດສິນຄ້າ, ການບໍລິການທີ່ພວມຖືກຈັດວາງລະດັບພາສີແມ່ນ 10%.
ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ 15 ໄດ້ປຶກສາຫາລືຢູ່ໜ່ວຍ |
ຕອນບ່າຍວັນທີ 21 ພຶດສະພາ, ຢູ່ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດໄດ້ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ 15 ໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດ ກ່ຽວກັບການຫຼຸດຜ່ອນອາກອນມູນຄ່າເພີ່ມ. ຮ່າງມະຕິໄດ້ກຳນົດຂອບຂະໜາດໝູນໃຊ້ລວມມີ: ຫຼຸດຜ່ອນ 2% ອາກອນມູນຄ່າເພີ່ມ, ໝູນໃຊ້ສຳລັບບັນດາໝວດສິນຄ້າ, ການບໍລິການທີ່ພວມຖືກຈັດວາງລະດັບພາສີແມ່ນ 10%, ຍົກເວັ້ນໝວດສິນຄ້າ, ບໍລິການຄື: ໂທລະໂຄມມະນາຄົມ, ການເຄື່ອນໄຫວດ້ານການເງິນ, ທະນາຄານດ ຕະຫຼາດຫຼັກຊັບ, ປະກັດໄພ,ທຸລະກິດອະສັງຫາລິມະຊັບ, ຜະລິດຕະພັນໂລຫະ, ຜະລິດຕະພັນຂຸດຄົ້ນແຮ່ທາດ (ຍົກເວັນຖ່າຍຫີນ), ຜະລິດຕະພັນ ແລະ ການບໍລິການຕ້ອງເສຍພາສີອາກອນຈຳໜ່າຍແບບພິເສດ (ຍົກເວັ້ນ ແອຊັງ). ເວລາໝູນໃຊ້ແຕ່ວັນທີ 1 ກໍລະກົດ 2025 ຈົນຮອດວັນທີ 31 ທັນວາ 2025.