ຫລາຍສັນຍານຕັ້ງຫນ້າພາຍຫລັງການເຈລະຈາສັນຕິພາບ ລະຫວ່າງລັດເຊຍ - ຢູແກຼນ

(VOVWORLD) -ບຸລິມະສິດແຖວຫນ້າຂອງ ກີແອັບ ໃນການເຈລະຈາ ແມ່ນຮັບປະກັນການແລກປ່ຽນສະເລີຍເສິກ ແລະ ບັນລຸໄດ້ຄຳສັ່ງຢຸດຍິງ ສະນັ້ນບາດກ້າວຕໍ່ໄປ ຄວນແມ່ນການພົບປະຂັ້ນການນຳ. 

ວັນທີ ‍16 ພຶດສະພາ, ຮອບເຈລະຈາສັນຕິພາບໂດຍກົງເປັນຄັ້ງອິດ ໃນເວລາ ສອງຊົ່ວໂມງ ລະຫວ່າງ ລັດເຊຍ ແລະ ຢູແກຼນ ພາຍຫລັງກວ່າ 3 ປີ ໄດ້ສິ້້ນສຸດ. ກ່າວຄຳເຫັນຕໍ່ວົງການນັກຂ່າວຫລັງການເຈລະຈາ, ທ່ານ Vladimir Medinsky ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ, ຫົວຫນ້າຄະນະຜູ້ແທນລັດເຊຍ ທີ່ການເຈລະຈາກັບຢູແກຼນ ຢູ່ Istanbul ຕວັກກີ ໃຫ້ຮູ້ວ່າ: ມົດສະກູ ມີຄວາມພຶງພໍໃຈຕໍ່ກັບໝາກຜົນຂອງການເຈລະຈາ ແລະ ພ້ອມແລ້ວທີ່ຈະສືບຕໍ່ເຈລະຈາກັບ ກີແອັບ ໃນອະນາຄົດ. ເຈົ້າຫນ້າທີ່ທ່ານນີ້ກໍ່ເນັ້ນຫນັກວ່າ ບັນດາການເຈລະຈາອາດຈະສືບຕໍ່ ເມື່ອບັນດາຝ່າຍແລກປ່ຽນທັດສະນະກ່ຽວກັບຄຳສັ່ງຢຸດຍິງ.

ໃນຂະນະນັ້ນ ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫລັງການເຈລະຈາ, ທ່ານ Rustem Umerov ລັດຖະມົນຕີກະຊວງປ້ອງກັນປະເທດ ຢູແກຼນ ເນັ້ນຫນັກວ່າ ການພົບປະຄັ້ງສຸດຍອດລະຫວ່າງການນຳສອງທ່ານ ຢູແກຼນ ແລະ ລັດເຊຍ ອາດຈະແມ່ນບາດກ້າວຕໍ່ໄປຫລັງການເຈລະຈາໂດຍກົງທຳອິດລະຫວ່າງການນຳສອງປະເທດຢູ່ Istanbul, ປະເທດ ຕວກກີ. ທ່ານໃຫ້ຮູ້ວ່າ: ບຸລິມະສິດແຖວຫນ້າຂອງ ກີແອັບ ໃນການເຈລະຈາ ແມ່ນຮັບປະກັນການແລກປ່ຽນສະເລີຍເສິກ ແລະ ບັນລຸໄດ້ຄຳສັ່ງຢຸດຍິງ ສະນັ້ນບາດກ້າວຕໍ່ໄປ ຄວນແມ່ນການພົບປະຂັ້ນການນຳ.

 

ຕອບກັບ

ຂ່າວ/ບົດ​ອື່ນ