ຫົວຫນ້າ ກົມໃຫຍ່ເສນາທິການກອງທັບປະຊາຊົນປະຕິວັດລາວ ຢ້ຽມຢາມ ຫວຽດນາມ

ຫົວຫນ້າ ກົມໃຫຍ່ເສນາທິການກອງທັບປະຊາຊົນປະຕິວັດລາວ ຢ້ຽມຢາມ ຫວຽດນາມ - ảnh 1
ທ່ານນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບ ພົນ​ຈັດຕະວາ
ສຸ​ວອນ ​ເລືອ​ງບຸນ​ມີ ຫົວຫນ້າ​ກົມ​ໃຫຍ່​ເສນາ​ທິການ​ກອງທັບ​ປະຊາຊົນປະຕິວັດລາວ
ພາບ:internet

(vovworld) - ຕອນ​ບ່າຍ​ວັນ​ທີ 28/5 ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບ ພົນ​ຈັດຕະວາ ສຸ​ວອນ ​ເລືອ​ງບຸນ​ມີ ຫົວຫນ້າ​ກົມ​ໃຫຍ່​ເສນາ​ທິການ​ກອງທັບ​ປະຊາຊົນ​ປະຕິວັດ​ລາວ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ປາດ​ຖະຫນາ​ວ່າ ກອງທັບ​ສອງ​ປະ​ເທດ ຈະ​ເພີ່ມ​ທະວີ ​ແລະ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ, ​ເປັນ​ຕົ້ນ​ແມ່ນ​ແລກປ່ຽນ​ບົດຮຽນ​ໃນ​ການກໍ່ສ້າງ​ກອງທັບ ພ້ອມ​ກັນ​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະຫງົບ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ເຂດ​ຊາຍ​ແດນ​ຢ່າງ​ໝັ້ນຄົງ, ຮ່ວມ​ມື​ກໍ່ສ້າງ​ບັນດາ​ຄຸ້ມ​ບ້ານ​ຢູ່​ເຂດ​ຊາຍ​ແດນ​ຕາມ​ຂໍ້​ຕົກລົງ​ຊຶ່ງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ເປັນ​ເອກະ​ພາບກັນກໍ​ຄື​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ບຳລຸງ​ສ້າງ​ພະນັກງານ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ສະ​ເຫ​ນີ​ໃຫ້​ກອງທັບ​ລາວ ສືບ​ຕໍ່​ຫນູນ​ຊ່ວຍ​ຫວຽດນາມ ​ໃນ​ການ​ຊອກ​ຫາ​ທ້ອນ​​ໂຮມ​ ​ແລະ ສົ່ງອັດຖິ​ທະຫານ​ອາສາ​ສະໝັກ ຫວຽດນາມ ທີ່​ເສຍສະຫລະ​ຊີວິດ​ໃນ​ປາງ​ສົງ​ຄາມ​ຢູ່​ລາວ​ ກັບ​ຄືນ​ເມືອ​ປະ​ເທດ ​ເພື່ອ​ຕອບ​ສະຫນອງ​ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ອັນ​ຊອບ​ທຳ​ຂອງ​ຍາດຕິ​ພີ່ນ້ອງ​ບັນດາ​ນັກຮົບ​ອາສາ​ສະໝັກ​ຫວຽດນາມ.

ຂ່າວ/ບົດ​ອື່ນ