ຫວຽດນາມກ່າວປະນາມເຫດວາງລະເບີດກໍ່ການຮ້າຍຢູ່ສະຖານທູດອີຣານປະຈຳລີບັງ

ຫວຽດນາມກ່າວປະນາມເຫດວາງລະເບີດກໍ່ການຮ້າຍຢູ່ສະຖານທູດອີຣານປະຈຳລີບັງ - ảnh 1
ທ່ານ​ເລ​ຫາຍ​ບິ່ງ, ຜູ້ຊ່ວຍໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ

(vovworld) – ວັນ​ທີ 21/11, ​ໃນ​ການ​ປະຊຸມ​ຂ່າວ​ນັດ​ສະມັນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ, ​ເມື່ອ​ຕອບ​​ຄຳ​ຖາມ​ຂອງ​ນັກ​ຂ່າວທີ່​ສະ​ເໜີ​ໃຫ້​ຮູ້​ຂໍ້​ສັງ​ເກດ​ຂອງ​ຫວຽດນາມ ກ່ຽວ​ກັບ​ເຫດ​ວາງ​ລະ​ເບີດ​ຢູ່​ນອກ​ສະຖານທູດ ອີ​ຮານ ປະຈຳ ລີ​ບັງ ​ເມື່ອ​ວັນ​ທີ 19/11 ຜ່ານ​ມາ, ​ອັນ​ໄດ້ເຮັດ​​ໃຫ້ 23 ຄົນ​ເສຍ​ຊີວິດ ​ແລະ 146 ຄົນ​ຖືກ​ບາດ​ເຈັບ, ທ່ານ​ເລ​ຫາຍ​ບິ່ງ, ຜູ້​ຊ່ວຍໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ, ຊີ້​ແຈ້ງວ່າ:

        “ຫວຽດນາມ ກ່າວ​ປະນາມ​ເຫດ​ວາງ​ລະ​ເບີດ​ກໍ່​ການ​ຮ້າຍ​​ແນ​ໃສ່​ສະຖານທູດ​ຂອງ ອີຣານ ປະຈຳ Beiruit, ປະ​ເທດ ລີ​ບັງ ​ເມື່ອ​ວັນ​ທີ 19/11/2013 ​ເຮັດ​​ໃຫ້​ຫຼາຍ​ຄົນ​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ. ຫວຽດນາມ ຂໍ​ແບ່ງປັນ​ຄວາມ​ເສົ້າ​ສະຫຼົດ​ໃຈຢ່າງ​ເລິກ​ເຊິ່ງເຖິງ​ຄອບຄົວ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ ​ແລະ ຖື​ວ່າ​ບັນດາ​ຜູ້​ກໍ່​ໂທດ​ກຳ​ຕ້ອງ​ໄດ້​ຮັບ​ການ​ລົງ​ໂທດ​ຕາມ​ກົດໝາຍ.”

        ກ່ຽວ​ຂ້ອງ​ເຖິງ​ສະພາບ​ຊາວ ຫວຽດນາມ ພວມ​ຖືກ​ຜົນ​ສະທ້ອນ​ຈາກ​ພະຍຸ Haiyan ​ຢູ່ ຟິລິບ​ປິນ ແລະ ວຽກ​ງານ​ຊ່ວຍ​​ເຫຼືອໃນ​ປະຈຸ​ບັນ, ທ່ານ ​ເລ​ຫາຍ​ບິ່ງ ​ໃຫ້​ຮູ້​ວ່າ:

        “ມາ​ຮອດ​ປະຈຸ​ບັນ, ສະຖານທູດ​ຫວຽດນາມ ປະຈຳ ຟິລິບ​ປິນ ​ໄດ້​ຕິດ​ຕໍ່​ກັບ​ຊາວຫວຽດນາມ ທຸກ​ຄົນທີ່​ພວມ​ດຳລົງ​ຊີວິດ​ໃນ​ເຂດ​ຖືກ​ຜົນ​ສະທ້ອນ​ຈາກ​ພະຍຸ. ທຸກ​ຄົນ​ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ປອດ​ໄພ. ປະຈຸ​ບັນ, ສະຖາ​ນທູດ ຫວຽດນາມ ​ປະຈຳ ຟິລິບ​ປິນ ກໍ່​ພວມ​ຕິດຕາມ​ສະພາບ​ການ​ຢ່າງ​​ໃກ້ຊິດ ​ແລະ ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນຢູ່​ຟິລິບ​ປິນ, ບັນດາ​ອົງການ​ມີໜ້າ​ທີ່​ກ່ຽວ​ຂ້ອງ​ຢູ່​ພາຍ​ໃນ​ປະ​ເທດ ກໍ່​ຄື​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຟິລິບ​ປິນ ​ເພື່ອ​ສ້າງ​ທຸກໆ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະດວກ​ໃຫ້​ແກ່​ກຳມະ​ກອນ ຫວຽດນາມ ຢູ່​ເຂດ​ຖືກ​ຜົນ​ສະທ້ອນ​ຈາກ​ພະຍຸ​ມີ​ຊີວິດ​ຢ່າງ​ເປັນ​ປົກກະຕິ ຫຼື ອາດ​ຈະ​ກັບ​ເມືອ​ປະ​ເທດ​ຕາມ​ຄວາມ​ມຸ່ງ​ຫວັງ​ຂອງ​ເຂົາ​ເຈົ້າ.”

 

ຂ່າວ/ບົດ​ອື່ນ