ຫວຽດນາມຊຸກຍູ້ ສປຊ ສະໜັບສະໜູນ ວິວັດການຮ່ວມມື ໃຕ້-ໃຕ້

ຫວຽດນາມຊຸກຍູ້ ສປຊ ສະໜັບສະໜູນ ວິວັດການຮ່ວມມື ໃຕ້-ໃຕ້ - ảnh 1

ທ່ານ​ເອກ​ອັກຄະ​ລັດຖະທູດ​ເລ​ຮ່ວາຍ​ຈຸ​ງ

(ພາບ: TTXVN)

(vovworld)-​​​​ ​ ​ ທ່ານ​ເອກ​ອັກຄະ​ລັດຖະທູດ​ເລ​ຮ່ວາຍ​ຈຸ​ງ, ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ ປະຈຳ ສປຊ, ຕາງໜ້າ​ໃຫ້​ບັນດາ​ປະ​ເທດ​ອາ​ຊຽນ ​ໄດ້​ເນັ້ນໜັກ​ຄື​ດັ່ງກ່າວທີ່​ວາລະ​ປະ​ປຶ​ກສາ​ຫາລື​ຫົວ​ເລື່ອງ “ການ​ເຄື່ອນ​ໄຫວ​ເພື່ອ​ການ​ພັດທະນາ“ ​ໃນ​ຂອບເຂດການ​ປະຊຸມ​ຂອງ ສະມັດຊາ​ໃຫ່ຍ ສປຊ ຊຸດ​ທີ 68. ນະ​ທີ່​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ​ເລ​ຮ່ວາຍ​ຈຸ​ງ ຕີ​ລາຄາ​ສູງ​ບົດບາດ ກໍ່​ຄື​ການ​ໜູນ​ຊ່ວຍ​ຂອງ ສປຊ ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງການ​ພັດທະນາ. ສົ່ງ​ເສີມ ສປຊ ສືບ​ຕໍ່​ພ້ອມ​ກັບ​ອາ​ຊຽນ ຊຸກຍູ້​ການ​ປະຕິບັດ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ສຊປ-ອາ​ຊຽນ, ​ໃນ​ນັ້ນ​ໃຫ້​ບຸລິມະສິດ​ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ສະຫະ​ສະວັດ ​ແລະ ໜູນ​ຊ່ວຍ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ. ກ່ຽວຂ້ອງ​ເຖິງ​ການ​ຮ່ວມ​ມື​ໃຕ້-​ໃຕ້ ລະຫວ່າງ​ບັນດາ​ປະ​ເທດ​ພວມພັດທະນາ, ຕາງໜ້າ​ໃຫ້​ອາ​ຊຽນ, ທ່ານ​ເອກ​ອັກຄະ​ລັດຖະທູດ​ເລ​ຮ່ວາຍ​ຈຸ​ງ ຮຽກຮ້ອງ​ໃຫ້ ສປຊ ກໍ່​ຄື​ບັນດາ​ປະ​ເທດ​ພາຄີ​ຂອງ​ອົງການ​ນີ້ ຈົ່ງ​ສືບ​ຕໍ່​ສະໜັບສະໜູນ​ວິວັດ​ການ​ຮ່ວມ​ມື​ໃຕ້-​ໃຕ້ ​ແລະ ປາດ​ຖະໜາວ່າ, ບັນດາ​ນັກ​ອຸປະຖຳ​ຈະ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ດ້ານ​ການ​ເງິນ, ຖ່າຍ​ຖອດ​ເຕັກ​ໂນ​ໂລ​ຊີ ​ແລະ ຄວາມ​ຮູ້​ຮັບ​ໃຊ້​ວິວັດ​ການ​ນີ້.



ຂ່າວ/ບົດ​ອື່ນ