ຫວຽດນາມຊົມເຊີຍ ຂໍ້ລິເລີ່ມແກ້ໄຂຄວາມ ຫຍຸ້ງຍາກຂອງ UNESCO

ຫວຽດນາມຊົມເຊີຍ ຂໍ້ລິເລີ່ມແກ້ໄຂຄວາມ ຫຍຸ້ງຍາກຂອງ UNESCO - ảnh 1
ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຫງວຽນ​ແທງ​ເຊີນກ່າວຄວາມເຫັນທີ່ກອງປະຊຸມ
(ພາບ: vietnamplus.vn)

(vovworld) - ​ໃນ​ບົດ​ປາ​ໄສ​ທີ່​ກອງ​ປະຊຸ​ມຄົບ​ຄະນະຂອງ​ສະພາ​ປະຕິບັດ​UNESCO ຄັ້ງ​ທີ 189 ​ເຊິ່ງຈັດ​ຂຶ້ນ​ຢູ່ ປາ​ຮີ (ຝລັ່ງ)ນັ້ນ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຫງວຽນ​ແທງ​ເຊີນ, ຜູ້​ຕ່າງ​ໜ້າ​ຫວຽດນາມ​ປະຈຳ​ສະພາ​ປະຕິບັດ​ UNESCO, ​ໄດ້​ຊີ້​ໃຫ້​ເຫັນ​ການ​ສະ​ໜັບສະ​ໜູນ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່​ຂໍ້​ລິ​ເລີ່​ມສ້າງ​ຕັ້ງ​ກອງ​ທຶນ​ສຸກ​ເສີນ​ຂອງ UNESCO ​ແລະ​ ມາດ​ຕະການ​ຕັ້ງໜ້າ​ອື່ນ​ອີກ​ຈຳນວນ​ນວນ​ໜຶ່ງ ​ເພື່ອ​ຊ່ວຍ UNESCO ຜ່ານ​ຜ່າ​ໄລຍະ​ຫຍຸ້ງຍາກ​ໃນ​ປະຈຸ​ບັນ. ຫວຽດນາມ​ກໍ່ສະໜັບສະ​ໜູນ UNESCO ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ຄະນະ​ຜູ້​ແທນ​ປະຈຳ​ຂອງ​ຄະນະ​ກຳມະການ​ແຫ່ງ​ຊາດ UNESCO ບັນດາ​ປະ​ເທດ​ສະມາຊິກ ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຫງວຽນ​ແທງ​ເຊີນ ຢືນຢັນ​ວ່າ, ​ໃນ​ຖານະ​ແມ່ນ​ສະມາຊິກ​ຂອງ​ສະພາ​ປະຕິບັດ UNESCO ຫວຽດນາມ ​ຍາມ​ໃດ​ກໍ່​ຮ່ວມ​ເດີນທາງພ້ອມ​ກັບ​ອົງການ​ນີ້ ​ເພື່ອ​ໂລກ​ສັນຕິພາບ ​ແລະ ສວຍ​ສົດ​ງົດ​ງາມ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຫງວຽນ​ແທງ​ເຊີນ ​ໃຫ້​ຮູ້​ວ່າ:

        ”ຕໍ່ໜ້າ​ໄລຍະ​ທີ່​ຫຍຸ້ງຍາກ​ນີ້, ຫວຽດນາມ ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ເດີນທາງ​ພ້ອມ​ກັບ UNESCO ​ເພື່ອ​ຜ່ານ​ຜ່າ​ການ​ທ້າ​ທາຍ​ທາງ​ດ້ານ​ການ​ເງິນ​ໃນ​ປະຈຸ​ບັນ. ນອກຈາກ​ຄວາມ​ມານະ​ພະຍາຍາມ​ຂອງ​ອົງການ UNESCO​ ແລ້ວ, ຫວຽດນາມ​ຖື​ວ່າ, ບັນດາ​ປະ​ເທດ​ສະມາຊິກ​ຄວນ​ມານະ​ພະຍາຍາມ​ກວ່າ​ອີກ ​ເພື່ອ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ງົບປະມານ ກໍ່​ຄື​ຜັນ​ຂະຫຍາຍ​ໂຄງການ​ເຄື່ອນ​ໄຫວ​ຂອງ​ອົງການ”

ຂ່າວ/ບົດ​ອື່ນ