ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ກອງປະຊຸມຄັ້ງທີ 68 ສະພາຄວາມໝັ້ນຄົງ ສປຊ

ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າໃຫ້ແກ່ກອງປະຊຸມຄັ້ງທີ 68 ສະພາຄວາມໝັ້ນຄົງ ສປຊ - ảnh 1
ສະພາຄວາມໝັ້ນຄົງສປຊ
ພາບ: internet

(vovworld)- ກອງ​ປະຊຸມ​ຄັ້ງ​ທີ 68 ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ ພາຍ​ໃຕ້​ຫົວ​ຂໍ​້ວ່າ: ​ໂຄງການ​ດຳ​ເນີນ​ງານ​ພັດທະນາ​ຫລັງ​ປີ 2015” ​ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 18/9 ຢູ່ ນະຄອນ ນິວຢອກ ສະຫະລັດ​ອາ​ເມ​ລິ​ກາ. ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໂດຍ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ ນຳ​ຫນ້າ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 68 ຂອງ​ສະມັດຊາ​ໃຫຍ່ ສປຊ ຄັ້ງ​ນີ້. ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ, ທ່ານ ​ເລ​ຮ່ວາຍ​ຈູງ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສປຊ ​ໃຫ້​ຮູ້​ວ່າ: ການ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້​ຂອງ​ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ ​ແນະນຳ ​ແລະ ​ແລກປ່ຽນ​ຜູ້​ແທນ​ການ​ນຳ​ຂັ້ນ​ລັດ​ກ່ຽວ​ກັບ​ນະ​ໂຍບາຍ, ​ແນວທາງ​ການ​ຕ່າງປະ​ເທດ ​ແລະ ​ແນວທາງ​ການ​ປ່ຽນ​ແປງ​ໃຫມ່​ຮອບດ້ານ. ທ່ານ​ເອກ​ອັກຄະ​ລັດ​ຖະທູດ ​ເລ​ຮ່ວາຍ​ຈູງ ​ໃຫ້​ຮູ້​ວ່າ:     

“ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ມີ​ບົດ​ປາ​ໄສ​ຍົກ​ໃຫ້​ເຫັນ​ທັດສະນະ​ຂອງ​ຫວຽດນາມ ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ, ​ໃນ​ນັ້ນ ມີ​ບັນດາ​ມາດ​ຕະການ​ກ່ຽວຂ້ອງ​ເຖິງ​ສັນຕິພາບ, ຄວາມ​ໝັ້ນຄົງ, ​ໂຄງການ​ດຳ​ເນີນ​ງານ​ພັດທະນາ​ຫລັງ​ປີ 2015. ນອກ​ນັ້ນ ທ່ານ​ນາຍົກລັດ​ຖະມົນຕີ ຫງວຽນ​ເຕີນ​ຢູງ ຈະ​ມີ​ພົບ​ປະ​ທ່ານ​ເລຂາທິການ​ໃຫຍ່ ສປຊ ​ແລະ ການ​ນຳ​ຂອງ​ໂຄງການ​ພັດທະນາ​ສປຊ, ​ແລກປ່ຽນ​ບົດຮຽນ​ຂອງ​ຫວຽດນາມ​ໃນ​ວິວັດ​ການ​ຮ່ວມ​ມື​ກັບ ສປຊ.”

 

ຕອບກັບ

ຂ່າວ/ບົດ​ອື່ນ