ຫວຽດນາມປະຕິບັດບັນດາສົນທິສັນຍາສາກົນກ່ຽວກັບຄວາມໝັ້ນຄົງປອດໄພດ້ານນິວເຄຼຍຢ່າງເຂັ້ມງວດ

ຫວຽດນາມປະຕິບັດບັນດາສົນທິສັນຍາສາກົນກ່ຽວກັບຄວາມໝັ້ນຄົງປອດໄພດ້ານນິວເຄຼຍຢ່າງເຂັ້ມງວດ - ảnh 1
ທ່ານ ຟ້າມບີ່ງມິງ ເຂົ້າຮ່ວມກອງປະຊຸມ

(vovworld) –  ຫວຽດນາມ ປະຕິບັດ​ບັນດາ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ປອດ​ໄພ​ດ້ານ​ນິວ​ເຄຼຍ ຢ່າງ​ເຂັ້ມ​ງວດ -  ນີ້​ແມ່ນ​ການ​ຢັ້ງຢືນ​ຂອງ​ທ່ານ ຮ່າ​ກິມງອກ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ສຳນັກ​ຂ່າວສານ ຫວຽດນາມ ກ່ຽວ​ກັບ​ໝາກຜົນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ປ​ອດ​ໄພ​ດ້ານ​ນິວ​ເຄຼຍ ຄັ້ງ​ທີ 4 ປີ 2016 ຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 31/3 – 1/4 ຢູ່​ນະຄອນຫຼວງ ວໍ​ຊິງ​ຕັນ, ປະ​ເທດ ອາ​ເມ​ລິ​ກາ. ທ່ານ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຮ່າ​ກິມງອກ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້ ມີ​ການ​ເຂົ້າ​ຮ່ວມ​ຂອງ​ກ່ວາ 50 ການ​ນຳ​ບັນດາ​ປະ​ເທດ ​ແລະ ອົງການ​ສາກົນ, ​ໄດ້​ບັນລຸ​ຜົນສຳ​ເລັດ​ຢ່າງ​ຈົບງາມ​. ທີ່​ກອງ​ປະຊຸມ, ​ການ​ນຳ​ໂລກ​ຢັ້ງຢືນ​ຄຳ​ໝັ້ນ​ສັນຍາ​ດ້ານ​ການ​ເມືອງ​ໃນ​ຄວາມ​ມະ​ນາ​ພະຍາຍາມ​ສະກັດ​ກັ້ນ​ການ​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ, ກໍ​ຄື​ການ​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ​ເພື່ອ​ຈຸດ​ປະສົງ​ສັນຕິພາບ.

        ທ່ານ ຮ່າ​ກິມງອກ ​ໃຫ້​ຮູ້​ວ່າ, ຫວຽດນາມ ຈະ​ເຊັນ​ບັນດາ​ຂໍ​້ຕົກລົງ​ສາກົນ​ກັບ​ຫຼາຍ​ປະ​ເທດ​ເພື່ອ​ຊຸກຍູ້​ການ​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ​ເພື່ອ​ສັນຕິພາບ. ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ ຫວຽດນາມ ​​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ປະ​ຊາ​ຄົມ​ໂລກ ​ແລະ ປະ​ເທດ​ເຈົ້າພາບ​ ອາ​ເມ​ລິ​ກາ.

 


ຂ່າວ/ບົດ​ອື່ນ