ຫວຽດນາມພັດທະນາຕະຫຼາດຂາຍຍ່ອຍ


ຫວຽດນາມພັດທະນາຕະຫຼາດຂາຍຍ່ອຍ  - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ​ ເຈີນ​ຕ້ວນ​ແອງ

(vovworld)- ຫວຽດ​ນາມໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຕະຫຼາດຂາຍ​ຍ່ອຍ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ດູ​ດດື່ມກວ່າ​ໝູ່​ໃນ​ພາກ​ພື້ນ​ອາ​ຊີ. ການ​ເຕີບ​ໂຕ​ຢ່າງວ່ອງ​ໄວ​ຂອງ​ການ​ຂາຍ​ຍ່ອຍ​ສິນ​ຄ້າ ແລະ ລາຍ​ຮັບ​ຈາກ​ການ​ບໍ​ລິ​ການ, ໃຊ້​ສອຍ​ຂອງ​ຫວຽດ​ນາມ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ໃຊ້​ສອຍ​ຢູ່​ພາຍ​ໃນ​ປະ​ເທດຍາມ​ໃດ ກໍ​ແມ່ນ​ກຳ​ລັງ​ໜູນ​ທີ່​ສຳ​ຄັນ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ແຫ່ງ​ຊາດ. ດ້ານ​ອື່ນ, ​​ການເພີ່ມ​ທະ​ວີໃຊ້​ສອຍໃນລະ​ດັບສູງ ກໍ​ແມ່ນ​ປັດ​ໄຈ​ທີ່​ສຳ​ຄັນເພື່ອ​ຕີ​ລາ​ຄາ​ຕະຫຼາດ​ຂາຍ​ຍ່ອຍ​ຫວຽດ​ນາມ​ທີ່​ເຕັມ​ໄປ​ດ້​ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ. ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ​ຫວຽດ​ນາມ ເຈີນ​ຕ້ວນ​ແອງ ໃຫ້​ຮູ້​ວ່າ :

    “​ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ​ຫວຽດ​ນາມສ້າງ​ແຜນ​ຮ່າງ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຂາຍ​ຍ່ອຍ​ປີ 2017 ແລະ ວິ​ໄສ​ທັດ​ເຖິງ​ປີ 2025. ​ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ​ໄດ້​ສະ​ເໜີ​ນຳ​ເຂົ້າ​ບັນ​ຊີ​ລາຍ​ຊື່​ພາກ​ພື້ນ ແລະ ຂົງ​ເຂດ​ບຸ​ລິ​ມະ​ສິດ ຮຽກ​ຮ້ອງ​ການ​ລົງ​ທຶນ ແລະ ໄດ້​ຊົມ​ໃຊ້​ບັນ​ດາ​ກົນ​ໄກ​ບຸ​ລິ​ມະ​ສິດ​ລົງ​ທຶນ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກໃຫ້​ແກ່​ການ​ພັດ​ທະ​ນາ​ລະ​ບົບກວ່າ​ອີກ, ພິ​ເສດ​ແມ່ນ​ລະ​ບົບ​ການ​ຄ້າ​ຢູ່​ເຂດ​ຊົນ​ນະ​ບົດ, ເຂດ​ຫ່າງ​ໄກ​ສອກຫຼີກ. ເພາະ​ສະ​ນັ້ນ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຈັດ​ແບ່ງ, ກຳ​ນົດ ແລະ ເຮັດ​ແຈ້ງ​ກ່ຽວ​ກັບ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ກໍ​ຄ​ື​ຂອງ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ໃນ​ການ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ພັດ​ທະ​ນາ​ຕະຫຼາດ ”
ຂ່າວ/ບົດ​ອື່ນ