(vovworld) - ວັນທີ 24/6 ຢູ່ຮ່າໂນ້ຍ, ສະຖານທູດມົງໂກນ ປະຈຳຫວຽດນາມ ຈັດຕັ້ງການພົບປະກັບນັກຂ່າວເພື່ອແນໃສ່ແຈ້ງຂໍ້ມູນຂ່າວກ່ຽວກັບປະເທດຊາດ ແລະ ຊາວມົງໂກນ ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ. ນະທີ່ນີ້, ທ່ານ D.Enkhbat, ເອກອັກຄະລັດຖະທູດມົງໂກນ ປະຈຳຫວຽດນາມ ໃຫ້ຮູ້ວ່າ: ມົງໂກນ ປະຕິບັດນະໂຍບາຍການຕ່າງປະເທດຫຼາຍຝ່າຍ, ພິເສດແມ່ນເອົາໃຈໃສ່ເປັນສຳຄັນເຖິງການເປີດກ້ວາງການພົວພັນຮ່ວມມືກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ເຊື່ອໝັ້ນວ່າ ຫວຽດນາມ ເປັນຂົວຕໍ່ໃຫ້ແກ່ການພົວພັນນີ້. ແລກປ່ຽນກ່ຽວກັບການພົວພັນດ້ານການຄ້າລະຫວ່າງ 2 ປະເທດ, ທ່ານເອກອັກຄະລັດຖະທູດມົງໂກນ ໃຫ້ຮູ້ວ່າ: ປີ 2014 ການແລກປ່ຽນການຄ້າ 2 ສົ້ນບັນລຸໄດ້ກ່ວາ 28 ລ້ານໂດລາສະຫະລັດ. ມາຮອດປະຈຸບັນມີຫົວໜ່ວຍເສດຖະກິດຂອງຫວຽດນາມ ກ່ວາ 160 ແຫ່ງ ໄດ້ລົງທຶນເຂົ້າມົງໂກນ. 2 ປະເທດມີການພົວພັນດ້ານການຄ້າທີ່ເປັນມູນເຊື້ອ ແລະ ນັບມື້ນັບໄດ້ຮັບການເປີດກ້ວາງ. ທ່ານເອກອັກຄະລັດຖະທູດມົງໂກນ ປະຈຳຫວຽດນາມ D.Enkhbat ຖືວ່າ: ໃນໄລຍະຈະມາເຖິງ, 2 ຝ່າຍຕ້ອງສືບຕໍ່ຖືເປັນສຳຄັນການເປີດກ້ວາງ ແລະ ພັດທະນາການພົວພັນດ້ານການຄ້າ, ເສດຖະກິດ, ສົ່ງເສີມ, ໜູນຊ່ວຍເພື່ອໃຫ້ບັນດາວິສາຫະກິດສ້າງການພົວພັນ ໂດຍກົງ, ໂຄສະນາເຜີຍແຜ່ການແລກປ່ຽນຜະລິດຕະພັນນຳກັນ. 2 ປະເທດຄວນ ໂຄສະນາ, ແນະນຳກ່ຽວກັບດ້ານວັດທະນະທຳ, ການພົວພັນມິດຕະພາບທີ່ເປັນມູນເຊື້ອຂອງປະຊາຊົນມົງໂກນ ແລະ ຫວຽດນາມ ໃຫ້ແກ່ລຸ້ນໜຸ່ມ.