ຫວຽດນາມສຸມໃສ່ພັດທະນາແລະມຸ່ງໄປເຖິງເປັນເຈົ້າເຕັກໂນໂລຊີອະວະກາດ
(ພາບປະກອບ)
(vovworld) – ສະພາມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ໄດ້ສ້າງຕັ້ງສູນດາວທຽມແຫ່ງຊາດ ດ້ວຍສູນໃຫຍ່ 4 ແຫ່ງຄື: ສູນອະວະກາດຫວຽດນາມ, ສູນພັດທະນາຊັບພະຍາກອນມະນຸດ ແລະ ຖ່າຍທອດເຕັກໂນໂລຊີອາວະກາດ, ຫໍສັງເກດດາວ ຍາຈາງ ແລະ ສູນນຳໃຊ້ເຕັກໂນໂລຊີອະວະກາດນະຄອນໂຮ່ຈິມິນ. ສູນດາວທຽມແຫ່ງຊາດ ໄດ້ສົມທົບກັບບັນດາມະຫາວິທະຍາໄລພາຍໃນປະເທດ ແລະ ສາກົນຄື: ຝລັ່ງ, ຍີ່ປຸ່ນ ເພື່ອສ້າງລາຍການກໍ່ສ້າງວິສາວະກອນເຕັກໂນໂລຊີອະວະກາດຫວຽດນາມ ແລະ ບັນດາຫ້ອງທົດລອງຮັບໃຊ້ໃຫ້ແກ່ການພັດທະນາແຫຼ່ງຊັບພະຍາກອນມະນຸດ ກໍຄືຖ່າຍທອດເຕັກໂນໂລຊີອະວະກາດ; ພ້ອມທັງມຸ່ງໄປເຖິງເປັນເຈົ້າເຕັກໂນໂລຊີອະວະກາດ.
ຄາດຄະເນວ່າ, ທ້າຍປີ 2016, ສູນດາວທຽມແຫ່ງຊາດ ຈະຍິງດາວທຽມ Nano Dragon ຂຶ້ນໂລກຈັກກະວານ ແລະ ເຖິງປີ 2020, ຈະຍິງດາວທຽມການຄ້າທຳອິດໂດຍຫວຽດນາມ ຜະລິດເອງແມ່ນ LOTU Sat 2 ຂຶ້ນໂລກຈັກກະວານ.