ຫວຽດນາມສະເຫລີມສະຫລອງວັນກຳມະກອນສາກົນ1/5

ຫວຽດນາມສະເຫລີມສະຫລອງວັນກຳມະກອນສາກົນ1/5 - ảnh 1
ພາບ​ປະ​ກອບ:baomoi.com

(vovworld)-ວັນ​ທີ 1/5 ແມ່ນ​ວັນ​ຂອງ​ບ​ັນ​ດາ​ຜູ້​ອອກ​ແຮງ​ງານ​ໃນ​ທົ່ວ​ໂລກ. ເນື່ອງ​ໃນ​ໂອ​ກາດນີ້, ໃນ​ຊຸມມື້​ຜ່ານ​ມາ, ກຳ​ມະ​ບານ​ທຸກ​ຂັ້ນ​ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມ ໄດ້​ຈັດ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ ແລະ ມີ​ຄວາມ​ໝາຍຫລາຍ​ຢ່າງມຸ່ງ​ໄປ​ເຖິງ​ຮາກ​ຖານ ແລະ ຄົນ​ງານ. ຄຽງ​ຄູ່​ກັບ​ບັນ​ດາ​ລາຍ​ການ ເດືອນ​ເພື່ອ​ກຳ​ມະ​ກອນ, ສະ​ຫະ​ພັນ​ແຮງ​ງານ​ບັນ​ດາ​ແຂວງ, ນະ​ຄອນ ຍັງ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ດູ​ແລ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ແກ່​ກຳ​ມະ​ກອນ, ລັດ​ຖະ​ກອນ, ຜູ້​ອອກ​ແຮ​ງງານ, ເປັນ​ຕົ້ນ​ແມ່ນ​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ. ໃນ​ໂອ​ກາດນີ້, ສະ​ຫະ​ພັນ​ແຮງ​ງານ ແຂວງ ກອນ​ຕູມ ໄດ້​ຈັດ​ຕັ້ງ​ລາຍ​ການ​ລົງ​ຢື້​ຢາມ​ຖາມ​ຂ່າວ, ລະ​ດົມ​ກຳ​ລັງ​ໃຈ, ມອບ​ຂອງ​ຂວັນ 90 ພູດ ​ໃຫ້​ແກ່​ຄົນ​ງານ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ແລະ ຫນູນ​ຊ່ວຍ​ເຮືອນ​ຢູ່. ອ້າຍ ຫງວ​ຽ​ນ​ໂຮ່​ເກວ, ເຮັດ​ວຽກ​ຢູ່​ສູນ​ວັດ​ທະ​ນະ​ທຳ, ກິ​ລາ ​ເຍົາ​ວະຊົນ​ຊາວ​ຫນຸ່ມແຂວງ ກອນ​ຕູມ ຊື່​ງ​ແມ່ນ​ຜູ້​ໄດ້​ຮັບ​ການ​ຫນູນ​ຊ່ວຍ​​ເຮືອນ​ຢູ່ຈາກ​ລາຍ​ການໃຫ້​ຮູ້​ວ່າ:

“ກ່ອນນີ້ ຄອບ​ຄົວ​ຂ້າ​ພະ​ເຈົ້າ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫລາຍ, ເມື່ອ​ໄດ້​ຮັບ​ຄ​ວາມ​ເອົາ​ໃຈ​ໃສ່​ຈາກ​ສະ​ຫະ​ພັນ​ແຮງ​ງານ​ແຂວງ ຄອບ​ຄົວ​ຂ້າ​ພ​ະ​ເຈົ້າ​ໄດ້​ຮັບ​ຈຳ​ນວນ​ເງິນ 35 ລ້ານ​ດົງ ເພື່ອກໍ່​ສ້າງ​ເຮືອນ​ຢູ່​ຫລັງ​ໃຫມ່​. ຂ້າ​ພະ​ເຈົ້າຫວັງ​ວ່າ ສະ​ຫະ​ພັນ​ແຮງ​ງານ​ແຂວງ ມີ​ຮູບ​ແບບ​ເຄື່ອນ​ໄຫວ​ຫລາຍ​ຢ່າງ ແລະ ມີ​ຫລາຍ​ຄົນ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ຄື​ຂ້າ​ພະ​ເຈົ້າ.”

ຂ່າວ/ບົດ​ອື່ນ