(ໂຄສົກກະຊວງການຕ່າງປະເທດຫວຽດນາມ Luong Thanh Nghi)
(vovworld) - ວັນທີ 25/10, ໃນການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄຳຖາມກ່ຽວກັບທັດສະນະຂອງຫວຽດນາມ ທີ່ມີຕໍ່ເລື່ອງອິນໂດເນເຊຍຍົກອອກຮ່າງຂໍ້ກຳນົດການປະພຶດໃນເຂດທະເລຕາເວັນອອກ (COC), ໂຄສົກກະຊວງການຕ່າງປະເທດຫວຽດນາມ Luong Thanh Nghi, ໃຫ້ຮູ້ວ່າ:
”ອາຊຽນໄດ້ ແລະ ພວມສືບຕໍ່ຊຸກຍູ້ການທາບທາມຢ່າງເປັນທາງການລະຫວ່າງອາຊຽນ ແລະ ຈີນ ເພື່ອກໍ່ສ້າງ COC. ປະຈຸບັນ ອາຊຽນໄດ້ສ້າງສຳເລັດໂດຍພື້ນຖານເອກະສານກ່ຽວກັບບັນດາປັດໄຈ COC ແລະ ໄດ້ຮັບການຮັບຮອງຈາກບັນດາລັດຖະມົນຕີການຕ່າງປະເທດອາຊຽນເມື່ອເດືອນ 7 ຜ່ານມາແລ້ວ. ຫວ່າງແລ້ວນີ້, ອິນໂດເນເຊຍໄດ້ຍົກຂໍ້ສະເໜີດ້ວຍເນື້ອໃນລະອຽດກວ່າ ແລະ ບັນດາປະເທດອາຊຽນຈະສືບຕໍ່ປຶກສາຫາລືບັນດາເນື້ອໃນນີ້. ຫວຽດນາມ ປາດຖະໜາວ່າ ອາຊຽນ ແລະ ຈີນ ຈະຈັດການເຈລະຈາຢ່າງເປັນທາງການກ່ຽວກັບ COC ໂດຍໄວ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນເວົ້າລວມ ແລະ ເຂດທະເລຕາເວັນອອກເວົ້າສະເພາະ”.
ກ່ຽວຂ້ອງເຖິງເລື່ອງວັນທີ 23/10/2012, ທ່ານນາຍົກລັດຖະມົນຕີ Nguyen Tan Dung ປະກາດໃຊ້ດຳລັດ 88/2012 ທີ່ກຳນົດກ່ຽວກັບການເຄື່ອນໄຫວສົ່ງຂ່າວຂອງສື່ມວນຊົນຕ່າງປະເທດ, ອົງການຕ່າງໜ້າຕ່າງປະເທດ, ອົງການຈັດຕັ້ງຕ່າງປະເທດຢູ່ຫວຽດນາມ, ໂຄສົກກະຊວງການຕ່າງປະເທດຫວຽດນາມ Luong Thanh Nghi, ຢັ້ງຢືນວ່າການປະກາດໃຊ້ດຳລັດໃໝ່ມີຈຸດປະສົງຕົ້ນຕໍ່ແມ່ນສ້າງເງື່ອນໄຂສະດວກໃຫ້ບັນດານັກຂ່າວຕ່າງປະເທດເຄື່ອນໄຫວຢູ່ຫວຽດນາມ, ຫາກບໍ່ແມ່ນຄວບຄຸມການເຄື່ອນໄຫວສື່ມວນຊົນຂອງຕ່າງປະເທດຢູ່ຫວຽດນາມ. ດຳລັດສະບັບໃໝ່ນີ້ຈະເລີ່ມມີຜົນສັກສິດນັບແຕ່ວັນທີ 20/12/2012 ເປັນຕົ້ນໄປ.