ຫວຽດນາມຮຽກຮ້ອງໄຕ້ຫວັນຢຸດຕິການກະທຳລະເມີດອະທິປະໄຕຂອງຫວຽດນາມໂດຍທັນທີ

ຫວຽດນາມຮຽກຮ້ອງໄຕ້ຫວັນຢຸດຕິການກະທຳລະເມີດອະທິປະໄຕຂອງຫວຽດນາມໂດຍທັນທີ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ
(ພາບ: TTXVN)


(vovworld) - ຕໍ່ໜ້າ​ເລື່ອງ​ວັນ​ທີ 12/12/2015, ຫົວໜ້າ​ອົງການ​ວຽກ​ງານ​ການ​ເມືອງ​ພາຍ​ໃນ ​ແລະ ບັນດາ​ເຈົ້າ​ໜ້າ​ທີ່​ອື່ນໆ​ຂອງ​ອຳນາດ​ການ​ປົກຄອງ​ໄຕ້​ຫວັນ​ເຂົ້າ​ຮ່ວມ “ພິທີ​ເປີດ​ສະຫຼອງ“ ບາງ​ກິດຈະກຳ​ທີ່​ກໍ່ສ້າງ​ໃນ​ເກາະ ບາ​ບິ່ງ, ທີ່​ຂຶ້ນ​ກັບ​ໝູ່​ເກາະ​ ​ເຈື່ອງ​ຊາ​ຂອງ ຫວຽດນາມ. ວັນ​ທີ 13/12/2015, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລ​ຫາຍ​ບິ່ງ ​ໄດ້​ອອກ​ຖະ​ແຫຼ​ງການ:

“ຫວຽດນາມ​ມີ​ພື້ນຖານ​ນິຕິ​ກຳ​ແລະ ຫຼັກ​ຖານ​ປະຫວັດສາດ​ຢ່າງ​ຄົບ​ຖ້ວນ​ເພື່ອ​ຢືນຢັນ​ອະທິປະ​ໄຕ​ທີ່​ບໍ່​ອາດ​ໂຕ້​ຖຽງ​ກັນ​ໄດ້​ຂອງ​ຕົນ​ສຳລັບ​ສອງ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ການ​ເຄື່ອນ​ໄຫວ​ທຸກ​ຢ່າງ​ຂອງ​ຝ່າຍ​ຕ່າງໆ​ຢູ່​ເຂດ​ນີ້, ຫາກ​ບໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ຂອງ​ ຫວຽດນາມ​ລ້ວນ​ແຕ່​ແມ່ນ​ການ​ກະທຳ​ຜິດ​ກົດໝາຍ ​ແລະ ​ໄຮ້​ຄຸນຄ່າ.

​ເລື່ອງ​ໄຕ້​ຫວັນ​ບໍ່​ຫົວຊາ​ຕໍ່ຄວາມ​ວິຕົກ​ກັງວົນ​ຂອງ​ຫວຽດນາມ, ຂອງ​ປະ​ເທດ​ຕ່າງໆ ກໍ່​ຄື​ປະຊາ​ຄົມ​ສາກົນ, ຈັດ​ສົ່ງ​ເຈົ້າ​ໜ້າ​ທີ່​ເຖິງ​ເກາະ ບາ​ບິ່ງ​ທີ່​ຂຶ້ນ​ກັບ​ໝູ່​ເກາະ ​ເຈື່ອງ​ຊາ​ຂອງ​ຫວຽດນາມ ​ແລະ ສືບ​ຕໍ່​ປະກາດ​ທຳ​ການ​ເຄື່ອນ​ໄຫວ​ຢູ່​ບາງ​ກິດຈະກຳ​ໃນ​ເກາະ ​ແມ່ນ​ການ​ກະທຳ​ລະ​ເມີດ​ອະທິປະ​ໄຕ​ຂອງ ​ຫວຽດນາມ​ຢ່າງ​ຮ້າຍ​ແຮງ, ກໍ່​ຄວາມ​ເຄັ່ງ​ຕຶງ ​ແລະ ​ເຮັດ​ໃຫ້​ສະພາບ​ການ​ຂັດ​ແຍ້​ງຢູ່​ທະ​ເລ​ຕາ​ເວັນ​ອອກ​ສັບສົນ​ຂຶ້ນ​ຕື່ມ. ຫວຽດນາມ​ເດັດ​ດຽວ​ຄັດຄ້ານ ​ແລະ​ປະຕິ​ເສດ​ຢ່າງ​ແຮງຕໍ່​ການ​ກະທຳ​ນີ້.

ຫວຽດນາມ​ຮຽກຮ້ອງ​ໄຕ້​ຫວັນ​ຢຸດຕິ​ການ​ກະທຳ​ລະ​ເມີດ​ອະທິປະ​ໄຕ​ຂອງ ​ຫວຽດນາມ​​ໂດຍ​ທັນທີ ​ແລະ ບໍ່​​ໄດ້ດຳ​ເນີນ​ບັນດາການ​ກະທຳທີ່​ຄ້າຍຄື​ກັນ​ອີກ“.

ຂ່າວ/ບົດ​ອື່ນ