ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ
ພາບ:evn.com
|
(vovworld)-ວັນທີ 12/6, ງານຕະຫລາດນັດ ຈີນ - ອາຊີໃຕ້ ຄັ້ງທີ 3 ແລະ ງານຕະຫລາດນັດຂາອອກຂາເຂົ້າ ຄູນໝີງ ຄັ້ງທີ 23 ຖືກໄຂຂຶ້ນຢູ່ ນະຄອນ ຄູນໝີງ ແຂວງຢູນຫນານ ປະເທດຈີນ. ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ເນັ້ນຫນັກວ່າ: ງານຕະຫລາດນັດຈີນ - ອາຊີໃຕ້ ມີຄວາມໝາຍສຳຄັນ, ແມ່ນຂົວຕໍ່ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງບັນດາປະເທດໃນພາກພື້ນ. ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ໃຫ້ຮູ້ວ່າ: ການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການລົງທຶນລະຫວ່າງຫວຽດນາມ ແລະ ຈີນ ໄດ້ ແລະ ພວມພັດທະນາຢ່າງແຮງ. ຈີນ ກາຍເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ສຸດຂອງຫວຽດນາມຢ່າງລຽນຕິດໃນ 11 ປີຜ່ານມາ ແລະ ຫວຽດນາມ ກໍໄດ້ກາຍເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ 2 ຂອງຈີນໃນອາຊຽນ. ຫວຽດນາມ ສະຫນັບສະຫນູນເພີ່ມທະວີການຮ່ວມມືຫລາຍດ້ານກັບຈີນ ເວົ້າລວມ ແລະ ແຂວງ ຢູນຫນານ ເວົ້າສະເພາະ, ສົ່ງເສີມ ແລະ ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດຈີນ ລົງທຶນ ແລະ ທຳມາຫາກິນຍາວນານຢູ່ ຫວຽດນາມ.
ງານຕະຫລາດນັດ ຈີນ - ອາຊີໃຕ້ປີນີ້ ດຶງດູດການເຂົ້າຮ່ວມຂອງ ກວ່າ 3.000 ວິສາຫະກິດ ມາຈາກ 31 ປະເທດ ແລະ ເຂດແຄ້ວນໃນພາກພື້ນ ອາຊີໃຕ້ ແລະ ອາຊຽນ ດ້ວຍ ກວ່າ 6000 ຮ້ານວາງສະແດງ, ໃນນັ້ນ ຫວຽດນາມ ມີຮ້ານວາງສະແດງ 144 ຮ້ານ.